ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີ
|
(vovworld) – ພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງແຂວງ ຊອກຈັງ ຄືນໃໝ່ ຖືກຈັດຂຶ້ນໃນຕອນຄ່ຳວັນທີ 22/4, ຢູ່ແຂວງ ຊອກຈັງ ດ້ວຍການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ພ້ອມກັບການນຳບັນດາກະຊວງ, ຂະແໜງການ ແລະ ປະຊາຊົນ.
ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ: ໂດຍແມ່ນແຂວງມີມູນເຊື້ອການປະຕິວັດທີ່ອົງອາດກ້າຫານ, ພາຍຫຼັງສ້າງຕັ້ງຄືນໃໝ່ເປັນເວລາ 25 ປີ, ແຂວງ ຊອກຈັງ ບັນລຸໄດ້ບັນດາຜົນງານຮອບດ້ານພໍສົມຄວນໃນຫຼາຍຂົງເຂດ. ລະບົບພື້ນຖານໂຄງລ່າງເສດຖະກິດ, ສັງຄົມ, ໂສມໜ້າຕົວເມືອງ ແລະ ຊົນ ນະບົດມີການຫັນປ່ຽນຢ່າງຈະແຈ້ງ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນທຸກຊັ້ນວັນນະນັບມື້ໄດ້ຮັບການປັບປຸງ… ເຖິງຢ່າງໃດກໍ່ຕາມ, ເພື່ອສ້າງສຳເລັດຄາດໝາຍທີ່ແຂວງວາງອອກນັ້ນແມ່ນຮອດປີ 2020 ກາຍເປັນແຂວງພັດທະນາພໍສົມຄວນໃນເຂດທົ່ງພຽງແມ່ນ້ຳຂອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ສະເໜີວ່າ:
“ແຂວງຕ້ອງກວດກາບັນດາແຜນກຳນົດພັດທະນາ, ໃນນັ້ນໄດ້ສຸມໃສ່ລົງທຶນບັນດາໂຄງການພື້ນຖານໂຄງລ່າງ ມີຈຸດສຸມ, ສ້າງກຳລັງໜູນແຜ່ລາມ ຊຸກຍູ້ເສດຖະກິດສັງຄົມຂອງແຂວງ, ຊຸກຍູ້ການຮ່ວມສຳພັນຢ່າງແໜ້ນແຟ້ນກັບບັນດາແຂວງ, ນະຄອນ, ພິເສດແມ່ນໃນເຂດທົ່ງພຽງແມ່ນ້ຳຂອງ ເພື່ອສົມທົບ, ສ້າງບັນດາແຜນຮ່າງຮ່ວມສຳພັນພັດທະນາ. ກ່ອນອື່ນໝົດ, ແຂວງຕ້ອງປັບປຸງ ແລະ ຜັນຂະຫຍາຍການປະຕິບັດແຜນຮ່າງຮ່ວມສຳພັນພັດທະນາອະນຸເຂດແຫຼມ ກາເມົາ ກັບບັນດາແຂວງ ບາກລຽວ, ກາເມົາ ແລະ ກຽນຢາງແບບຍືນຍົງໂດຍໄວ”