(VOVWORLD) - ວັນທີ 14 ມັງກອນ, ຢູ່ເທດສະບານ ຫວູງລຽມ (ເມືອງ ຫວູງລຽມ, ແຂວງຫວິງລອງ), ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມລາຍການ “ບຸນເຕັດແຫ່ງການເຕົ້າໂຮມ”, “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກ ທາດພິດສີສົ້ມ ” ບຸນເຕັດປີຊວດ 2020.
ທ່ານນາຍົກລັດຖະມົນຕີ ໄດ້ມອບເຮືອນ 100 ຫຼັງ ໃຫ້ແກ່ຄົນທຸກຍາກແຂວງ ຫວີງລອງ
(ພາບ: VGP)
|
“ບຸນເຕັດແຫ່ງການເຕົ້າໂຮມ” ແມ່ນຂໍ້ລິເລີ່ມຂອງ ສະຫະພັນໃຫຍ່ແຮງງານ ຫວຽດນາມ, ເຊິ່ງໄດ້ຈັດຂຶ້ນເພື່ອແນໃສ່ເອົາໃຈໃສ່ເບິ່ງແຍງດູແລໃຫ້ແກ່ກຳມະກອນ ແຮງງານ. ຂະບວນການ “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກ ທາດພິດສີສົ້ມ ” ໂດຍສູນກາງສະພາກາແດງ ຫວຽດນາມ ປຸກລະດົມ, ໄດ້ປະກອບສ່ວນນຳມາເຊິ່ງບັນຍາກາດເບີກບານມ່ວນຊື່ນ, ອົບອຸ່ນຂອງລະດູບານໃໝ່ມາໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ ທາງແຂວງ ຫວີງລອງ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ສະຫງວນແຫຼ່ງກຳລັງເພື່ອສ້າງບັນດານະໂຍບາຍໃຫ້ແກ່ກຳມະກອນ, ແຮງງານ ຢູ່ ເຂດອຸດສາຫະກຳ, ໂຮງງານໃຫຍ່, ເຈົ້າຂອງວິສາຫະກິດຕ້ອງເອົາໃຈໃສ່ກ່ວາອີກເຖິງຊີວິດດ້ານວັດຖຸ ແລະ ຈິດໃຈຂອງ ແຮງງານ, ແຫຼ່ງກຳລັງເພື່ອພັດທະນາວິສາຫະກິດ, ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ມອບເຮືອນ 100 ຫຼັງ ໃຫ້ແກ່ຄົນທຸກຍາກແຂວງ ຫວີງລອງ.
ແລະກໍ່ໃນຕອນບ່າຍວັນທີ 14 ມັງກອນ, ຢູ່ແຂວງ ຈ່າວິງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ກຳມະກອນ, ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງຈາວິງ ເນື່ອງໃນໂອກາດບຸນເຕັດປີຊວດ 2020.