ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມເວທີປາໄສ VBF ປະຈຳປີ 2017

(VOVWORLD) - ເວທີປາໄສວິສາຫະກິດ ຫວຽດນາມ, ເອີ້ນຫຍໍ້ວ່າ VBF, ແມ່ນກົນໄກຄູ່ເຈລະຈາຢ່າງຕໍ່ເນື່ອງ ແລະ ແໜ້ນແຟ້ນລະຫວ່າງ ລັດຖະບານ ຫວຽດນາມ ກັບປະຊາຄົມວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມເວທີປາໄສ VBF ປະຈຳປີ 2017 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ VBF ປະຈຳປີ 2017

ຕອນເຊົ້າວັນທີ 12 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມເວທີປາໄສ ວິສາຫະກິດ ຫວຽດນາມ (VBF) ປະຈຳ ປີ 2017, ດ້ວຍຫົວຂໍ້ “VBF – 20 ປີແຫ່ງການຮ່ວມເດີນທາງພ້ອມກັບປະຊາຄົມວິສາຫະກິດ ແລະ ມຸ່ງໄປເຖິງບັນດາເປົ້າໝາຍພັດທະນາເສດຖະກິດ ສັງຄົມ ປີ 2020”. ເວທີປາໄສວິສາຫະກິດ ຫວຽດນາມ, ເອີ້ນຫຍໍ້ວ່າ VBF, ແມ່ນກົນໄກຄູ່ເຈລະຈາຢ່າງຕໍ່ເນື່ອງ ແລະ ແໜ້ນແຟ້ນລະຫວ່າງ ລັດຖະບານ ຫວຽດນາມ ກັບປະຊາຄົມວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ, ເພື່ອແນໃສ່ປັບປຸງບັນດາເງື່ອນໄຂດຳເນີນທຸລະກິດຈຳເປັນເພື່ອຊຸກຍູ້ການພັດທະນາຂອງກຸ່ມວິສາຫະກິດພາກເອກະຊົນ, ປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດແບບຍືນຍົງຢູ່ ຫວຽດນາມ.

        ເວທີປາໄສປີນີ້, ນອກຈາກວາລະໄຂ ຍັງມີບັນດາວາລະປະຊຸມດ້ວຍບັນດາເນື້ອໃນ: ຍົກສູງສະມັດຕະພາບ ແລະ ບັນດາປັດໄຈຊຸກຍູ້ການພັດທະນາບັນດາຂະແໜງອຸດສາຫະກຳ; ຊຸກຍູ້ການລົງທຶນພາກເອກະຊົນເພື່ອແນໃສ່ປັບປຸງສະພາບການເງິນ ໃຫ້ສົມບູນແບບ; ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດສ້າງເງື່ອນໄຂໃຫ້ວິສາຫະກິດເອກະຊົນບືນຕົວຂຶ້ນ.

        ທ່ານ ຫງວຽນຈີ໋ຢູ້ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: 20 ປີຜ່ານມາ, ລັດຖະບານໄດ້ສົນທະນາຢ່າງກົງໄປກົງມາ ກັບບັນດານັກລົງທຶນຢູ່ ພາຍໃນ ແລະ ຕ່າງປະເທດ ເປັນປະຈຳ, ຊ່ວຍປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ແລະ ຊຸກຍູ້ການດຶງດູດການລົງທຶນ. ນີ້ແມ່ນຮູບແບບມີປະສິດທິຜົນ ແລະ ກໍ່ແມ່ນບົດຮຽນສຳລັບຫຼາຍປະເທດອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ