ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບຄະນະເອກອັກຄະຖະທູດບັນດາປະເທດຕາເວັນອອກກາງ ອາຟະລິກາ
(VOVWORLD) - ຕອນບ່າຍວັນທີ 10 ກັນຍາ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບຄະນະເອກອັກຄະລັດຖະທູດບັນດາປະເທດ ຕາເວັນອອກ ກາງ ອາຟະລິກາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງຕໍ່ຂໍ້ລິເລີ່ມຈັດຕັ້ງກອງປະຊຸມ “ພົບປະກັບເອກອັກຄະລັດຖະທູດບັນດາປະເທດຕາເວັນອອກກາງ - ອາຟະລິກາ ປີ 2019”ຄັ້ງທຳອິດຂອງກະຊວງການຕ່າງປະເທດ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບຄະນະເອກອັກຄະຖະທູດບັນດາປະເທດຕາເວັນອອກກາງ ອາຟະລິກາ (ພາບ: TTXVN) |
ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ການພົວພັນລະຫວ່າງ ຫວຽດນາມ ແລະ ບັນດາປະເທດຕາເວັນອອກກາງ - ອາຟະລິກາ ແມ່ນການພົວພັນພິເສດ, ມີມາແຕ່ດົນນານ. ໃນນະໂຍບາຍທາງການທູດຂອງຕົນ, ຫວຽດນາມຍາມໃດກໍ່ຖືເປັນສຳຄັນ ແລະ ເຮັດໃຫ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບບັນດາປະເທດເພື່ອນມິດ ຕາເວັນອອກກາງ - ອາຟະລິກາ ໃຫ້ເລິກເຊິ່ງກ່ວາອີກ. ປັດຈຸບັນວົງເງິນການຄ້າສອງສົ້ນໃນປີ 2018 ກັບບັນດາປະເທດ ຕາເວັນອອກ ກາງ - ອາຟະລິກາ ບັນລຸໄດ້ 22,5 ຕື້ USD, ເຖິງວ່າເພີ່ມຂຶ້ນ 300% ເມື່ອທຽບໃສ່ປີ 2010ກໍ່ຕາມ ແຕ່ຕາມທ່ານນາຍົກລັດຖະມົນຕີແລ້ວ, ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ພາກພື້ນ ຕາເວັນອອກກາງ ອາຟະລິກາຍັງໃຫຍ່ຫຼວງຢູ່.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາຢາກໃຫ້ບັນດາທ່ານເອກອັກຄະລັດຖະທູດ, ບັນດານັກການທູດ ຂອງ ຫວຽດນາມກໍ່ຄືໃນພາກພື້ນຕາເວັນອອກກາງ - ອາຟະລິກາເສີມຂະຫຍາຍບົດບາດເປັນເຈົ້າການໃຫ້ຫຼາຍກ່ວານີ້ອີກ, ນຳໜ້າໃນການເປີດຊ່ອງທາງ, ຊັກຈຸງ ແລະ ຊຸກຍູ້ການຮ່ວມມື, ສົມກັບຄວາມຮັບຜິດຊອບທີ່ສຳຄັນແມ່ນຂົວເຊື່ອມຕໍ່ລະຫວ່າງ ລັດຖະບານ ແລະ ປະຊາຊົນບັນດາປະເທດ ຕາເວັນອອກກາງ - ອາຟະລິກາ ກັບ ລັດຖະບານ ແລະ ປະຊາຊົນ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໄດ້ຊີ້ແຈ້ງວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພ່ືອຊຸກຍູ້ການຮ່ວມມືກັບບັນດາປະເທດຕາເວັນອອກກາງ - ອາຟະລິກາ.