ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງຕ້ອນຮັບ ເອກອັກຄະລັດຖະທູດ ນອກແວ ແລະ ຊາອຸດິ ອາຮາເບຍ
(ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ)
(vovworld) - ຕອນບ່າຍວັນທີ 12/6, ຢູ່ສຳນັກງານລັດຖະບານ, ໃນການຕ້ອນຮັບທ່ານ ເອກອັກຄະລັດຖະທູດນອກແວ Stale Torstein Rosa ແລະ ທ່ານ ເອກອັກຄະລັດຖະທູດ ຊາອຸດິ ອາຮາເບຍ Salah A. H. Sharhan ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຕີລາຄາສູງການປະກອບສ່ວນຂອງເອກອັກຄະລັດຖະທູດທັງສອງທ່ານໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບ ນອກແວ ແລະ ຊາອຸດິ ອາຮາເບຍ; ພ້ອມທັງສະເໜີສອງປະເທດນີ້ສືບຕໍ່ຊຸກຍູ້ການຮ່ວມມືກັບຫວຽດນາມໃນຂົງເຂດການເມືອງ, ການຕ່າງປະເທດ, ເສດຖະກິດ, ການຄ້າ, ການລົງທຶນ, ທ່ອງທ່ຽວ, ODA…
ເມື່ອຕ້ອນຮັບທ່ານເອກອັກຄະລັດຖະທູດນອກເວ Stale Torstein Rosa ທ່ານ ນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຫວັງວ່າ ນອກແວ ສືບຕໍ່ມີສຽງເວົ້າຢ່າງແຮງຕໍ່ການກະທຳລະເມີດກົດໝາຍສາກົນຢ່າງແຮງຂອງຈີນ ເມື່ອຕັ້ງຮ້ານເຈາະນຳ້ມັນຢູ່ເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ.
ເມື່ອຕ້ອນຮັບທ່ານເອກອັກຄະລັດຖະທູດ ຊາອຸດິ ອາຮາເບຍ Salah A. H. Sharhan, ທ່ານນາຍົກລັດຖະມນຕີກໍ່ຢືນຢັນວ່າຫວຽດນາມພ້ອມແລ້ວທີ່ຈະສະໜອງແຮງງານໃຫ້ ຊາອຸດິ ອາຮາເບຍ ຕາມຄວາມຕ້ອງການ, ສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດາວິສາຫະກິດ ຊາອຸດິ ອາຮາເບຍ ຮ່ວມມືລົງທຶນ ແລະ ທຳມາຫາກິນຍາວນານຢູ່ຫວຽດນາມ.