(vovworld) - ຕອນບ່າຍວັນທີ 28 ສິງຫາ, ທີ່ການຕ້ອນຮັບທ່ານ Dato Paduka Haji Mahadi Haji Wasli, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດບຣຸໄນ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສຳເລັດໜ້າທີ່ການທູດຂອງຕົນຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ໄດ້ຕີລາຄາສູງການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ໃນການຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ບຣຸໄນ ໃຫ້ພັດທະນາຢ່າງຕັ້ງໜ້າໃນທຸກຂົງເຂດໃນໄລຍະຜ່ານມາ, ເນັ້ນໜັກວ່າ ຫວຽດນາມຖືເປັນສຳຄັນ ແລະ ປະຕິບັດແນວທາງສະເໝີຕົ້ນສະເໝີປາຍພ້ອມກັບຝ່າຍບຣຸໄນ ມານະພະຍາຍາມຮ່ວມມື ເພື່ອນຳການພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບເລີກເຊິ່ງ ກວ້າງແຂວາງ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໃຫ້ຮູ້ ຈະພ້ອມກັບບັນດາການນຳອາຊຽນ ໄປບຣຸໄນ ໃນເດືອນ ຕຸລາ ທີ່ຈະມາເຖິງ ເພື່ອເຂົ້າຮ່ວມກອງປະຊຸມຂັ້ນສູງອາຊຽນ ແລະ ບັນດາກອງປະຊຸມຂັ້ນສູງທ່ີກ່ຽວຂ້ອງ. ທ່ານນາຍົກລັດຖະມົມຕີ ຫງວຽນເຕີນຢຸງ ປາດຖະໜາວ່າ ດ້ວຍບົດຮຽນ ແລະ ຄວາມເຂົ້າໃຈກ່ຽວກັບຫວຽດນາມ, ທ່ານເອກອັກຄະລັດຖະທູດ ບຣຸໄນ ຈະສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນຮ່ວມມື, ມິດຕະພາບລະຫວ່າງ 2 ປະເທດຫວຽດນາມ - ບຣຸໄນ.