(ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ
ຕອນຮັບທ່ານພົນເອກ ປະວິດ ວົງສະວັນ)
(vovworld) - ທີ່ການ ຕອນຮັບທ່ານພົນເອກ ປະວິດ ວົງສະວັນ, ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີວ່າການກະຊວງປ້ອງກັນປະເທດລາຊະອານາຈັກໄທ ໃນຕອນເຊົ້າວັນທີ 14/1, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ສະເໜີສອງຝ່າຍສືບຕໍ່ການຮ່ວມມືລາດຕະເວນລວມບົນທະເລ, ສ້າງກຸ່ມປະຕິບັດງານ ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຫາປາຂອງຊາວປະມົງສອງປະເທດບົນນຳ້ໃຈມິດຕະພາບ ແລະ ມະນຸດສະທຳ. ທ່ານນາຍົກລັດຖະມົນຕີ ຫງວຽນເເຕິ໋ນຢຸງ ຍັງສະເໜີສອງຝ່າຍຊຸກຍູ້ການຮ່ວມມືທາງດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ການຮ່ວມມືຜະລິດ ແລະ ຈຳໜ່າຍຜະລິດຕະພັນກະເສດ; ເຊື່ອມຕໍ່ທາງຄົມມະນາຄົມລະຫວ່າງສອງປະເທດ. ທ່ານຢືນຢັນວ່າ, ລັດຖະບານຫວຽດນາມ ຍາມໃດກໍ່ຊົມເຊີຍ, ຕ້ອນຮັບ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນໄທ ເຂົ້າຮ່ວມມື, ທຳມາຫາກິນຢ່າງມີປະສິດທິຜົນ, ຍາວນານ ແລະ ປະສົບຜົນສຳເລັດຢູ່ຫວຽດນາມ. ສະເໜີສອງຝ່າຍປຶກສາຫາລື ແລະ ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືແຮງງານໂດຍໄວ ແລະ ຫວັງວ່າ, ໄທ ຈະສືບຕໍ່ສະໜັບສະໜູນ, ໜູນຊ່ວຍປະຊາຄົມຊາວຫວຽດນາມ ທີ່ພວມທຳມາຫາກິນ ແລະ ດຳລົງຊີວິດຢູ່ໄທ.