ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບ ຜູ້ອຳນວຍການໃຫຍ່ ບໍລິສັດ Gazprom Neft

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບ ຜູ້ອຳນວຍການໃຫຍ່ ບໍລິສັດ Gazprom Neft - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
​ຕ້ອນຮັບ​ທ່ານ Aleksander Dyukov, ຜູ້ອຳນວຍການ​ໃຫຍ່ບໍລິ​ສັດ Gazprom Neft
(ພາບ: chinhphu.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 04 ກັນຍາ, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Aleksander Dyukov, ຜູ້ອຳນວຍການ​ໃຫຍ່ບໍລິ​ສັດ Gazprom Neft, ຂຶ້ນ​ກັບ​ກຸ່ມ​ບໍລິສັດ Gazprom (ສະຫະພັນ​ລັດ​ເຊຍ) ທີ່​ພວມ​ປະຕິບັດ​ງານ​ຢູ່​ຫວຽດນາມ. ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່ໜ້າ​ບັນດາ​ໝາກຜົນ​ການ​ຮ່ວມ​ມື​ຢ່າງ​ຕັ້ງໜ້າ ລະຫວ່າງ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ດຫວຽດນາມ (PVN) ​ແລະ Gazprom Neft, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນ​ຢັນວ່າ, ຍາມ​ໃດ​ຫວຽດນາມ ກໍ່ສ້າງ​ເງື່ອນ​ໄຂ​ສະດວກ, ສະໜັບສະໜູນ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ດຫວຽດນາມ (PVN) ​ແລະ Gazprom Neft. ທ່ານ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ Gazprom Neft ສືບ​ຕໍ່​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ PVN ບໍ່​ພຽງ​ແຕ່​ໃນ​ຂົງ​ເຂດ​ສຳ​ຫຼວດ, ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກ​ດ ​ເທົ່າ​ນັ້ນ, ຫາກ​ນັບ​ທັງ​ຂົງ​ເຂດ​ກັນ​ນ້ຳມັນ​ອາຍ​ແກ​ດ, ສະໜອງ​ນ້ຳມັນ​ດິບ…

ຂ່າວ/ບົດ​ອື່ນ