ຕອນບ່າຍວັນທີ 15 ທັນວາ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ໃຫ້ການຕ້ອນຮັບທ່ານ ເອກສະຫວ່າງ ວົງວິຈິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ຫຽມ ພົມມະຈັນ ລັດຖະມົນຕີວ່າການກະຊວງໄປສະນີ ໂທລະຄົມມະນາ ຄົມ ແລະ ການສື່ສານ ລາວ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ໃນການຕ້ອນຮັບທ່ານ ເອກສະຫວ່າງ ວົງວິຈິດ ລັດຖະມົນຕີສາທາລະນະສຸກ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ເນັ້ນໜັກວ່າ ສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ ແມ່ນຊັບສົມບັດອັນລ້ຳຄ່າຂອງ 2 ພັກ, 2 ລັດ ແລະ ປຊຊ 2 ປະເທດ. ຫວຽດນາມ ປາດຖະໜາ ແລະຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບປະເທດ ລາວ ອ້າຍນ້ອງສືບຕໍ່ນຳສາຍພົວພັນຂອງ 2 ປະເທດໃຫ້ນັບມື້ນັບພັດທະນາຢ່າງເລີກເຊິ່ງກວ້າງຂວາງ , ແທດຈິງ ແລະ ມີປະສິດທິຜົນກວ່າ.
ໃນການຕ້ອນຮັບທ່ານ ຫຽມ ພົມມະຈັນ ລັດຖະມົນຕີວ່າການກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ລາວ, ທ່ານນາຍົກໆ ຫງວຽນເຕີນຢຸງ ໄດ້ຢືນຢັນການສະໜັບສະໜູນສາຍພົວພັນຮ່ວມມືລະຫວ່າງ ກະຊວງໄປສະນີ ໂທລະຄົມມະນາຄົມ ຫວຽດນາມ - ລາວ ໃນການແບ່ງປັນບົດຮຽນກ່ຽວກັບເລື່ອງຄຸ້ມຄອງລັດໃນຂົງເຂດໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການຮ່ວມມືໃນບັນດາບັນຫາສາກົນກ່ຽວກັບຂົງເຂດໂທລະຄົມມະນາຄົມ… ທ່ານ ຫຽມ ພົມມະຈັນ ປາດຖະໜາວ່າ ລັດຖະຖະບານ ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອເຮັດໃຫ້ການຮ່ວມມືລະຫວ່າງ 2 ໃຫ້ບັບມື້ນັບກະຊວງ ເລິກເຊິ່ງກວ້າງຂວາງ , ແທດຈິງ ແລະ ມີປະສິດທິຜົນ, ພ້ອມທັງຢືນຢັນວ່າຈະສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດ ຫວຽດນາມ ທີ່ເຂົ້າມາລົງທຶນໃນຂົງເຂດເຂດໄປສະນີໂທລະຄົມມະນາຄົມຢູ່ ລາວ .