ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມພິທີເປີດສົກຮຽນໃໝ່ຢູ່ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມພິທີເປີດສົກຮຽນໃໝ່ຢູ່ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ເຂົ້າ​ຮ່ວມ​ພິທີ​ເປີດ​ສົກ​ຮຽນ​ໃໝ່​ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ
(ພາບ: dantri.com.vn)


(vovworld) – ຕອນ​ເຊົ້າ​ວັນ​ທີ 15/09, ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ​ສົກຮຽນ​ໃໝ່ 2014 – 2015 ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ ພັກ ​ແລະ ລັດ​ຖື​ການ​ພັດທະນາ​ການ​ສຶກສາ​ເປັນ​ລັດຖະນະ​ໂຍບາຍ​ອັນ​ດັບ​ໜຶ່ງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ຮຽກຮ້ອງ​ວ່າ ​ໃນສົກຮຽນ 2014 – 2015 ​ແລະ ສົກຮຽນ​ຕໍ່​ໆໄປ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ພ້ອມ​ກັບ​ບັນດາ​ມະຫາວິທະຍາ​ໄລ, ວິທະຍາ​ໄລ ​ໃນ​ທົ່ວ​ປະ​ເທດ​ຕ້ອງ​ປ່ຽນ​ໃໝ່ການ​ບໍລິຫານມະຫາວິທະຍາ​ໄລ, ​ເປັນ​ເຈົ້າ​ການ​ໃນ​ການ​ປະຕິບັດ​ສິດ​ເປັນ​ເຈົ້າ, ຮັບຜິດຊອບ​ດ້ວຍ​ຕົນ​ເອງສູງ. ທ່ານ​ນາຍົກລັດຖະມົນຕີຊີ້ນຳ​ສືບ​ຕໍ່​ປ່ຽນ​ໃໝ່ລາຍການ, ຫຼັກສູດ​ບຳລຸງ​ສ້າງ, ວິທີການ​ສິດສອນ ​ແລະ ກວດກາ​ຕີ​ລາຄາ​ຕາມ​ມາດຖານ​ສົ້ນ​ອອກ, ​ເສີມ​ຂະຫຍາຍ​ລັກສະນະ​ເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ນັກຮຽນ​ຢ່າງ​ສູງ​ສຸດ​. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ປາດ​ຖະໜາ​ວ່າ, ມະຫາວິທະຍາ​ໄລ​ຮ່າ​ໂນ້ຍ ກໍ່​ຄື​ບັນດາ​ມະຫາວິທະຍາ​ໄລ​ໃນ​ລະບົບ​ສຶກສາ​ທົ່ວ​ປະ​ເທດ ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສຶກສາ, ບຳລຸງ​ສ້າງ​ໃນ​ນັກຮຽນ, ນັກ​ສຶກສາດ້ານ​ຄຸນສົມບັດ, ພູມ​ປັນຍາ, ກຳລັງ​ກາຍ, ຄວາມ​ງາມ​ຢ່າງຮອບ​ດ້ານ, ​ໂດຍ​ສະ​ເພາະ​ແມ່ນ​ເອົາ​ໃຈ​ໃສ່​ເຖິງ​​ດ້ານຄຸນສົມບັດ, ບຸກຄະ​ລິກ, ວິຖີ​ດຳລົງ​ຊີວິດ​ທີ່​ດີງາມ.

ຂ່າວ/ບົດ​ອື່ນ