(VOVWORLD) - ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງການຮ່ວມມືສອງຝ່າຍໃນທຸກຂົງເຂດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານປະທານສະພາຕ່ຳລັດເຊຍ Vyacheslav Viktorovich Volodin (ພາບ: VGP/ກວາງເຮີຍວ) |
ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ, ຕອນເຊົ້າວັນທີ 23 ພຶດສະພາ ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍວັນທີ 23 ພຶດສະພາຕາມເວລາ ຫວຽດນາມ, ຢູ່ສຳນັກງານສະພາຕ່ຳລັດເຊຍ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບທ່ານ ປະທານສະພາຕ່ຳລັດເຊຍ Vyacheslav Viktorovich Volodin.
ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງການຮ່ວມມືສອງຝ່າຍໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບ ສະພາຕ່ຳລັດເຊຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງເລື່ອງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຕ່ຳລັດເຊຍຕົກລົງສ້າງຕັ້ງຄະນະກຳມາທິການລະຫວ່າງລັດຖະສະພາ, ປະກອບສ່ວນເພີ່ມທະວີການສົມທົບແລະ ຕິດຕາມກວດກາເລື່ອງປະຕິບັດບັນດາຂໍ້ຕົກລົງແລະໂຄງການຮ່ວມມືລະຫວ່າງສອງປະເທດ.
ທ່ານ ປະທານສະພາຕ່ຳລັດເຊຍ Vyacheslav Viktorovich Volodin ຢັ້ງຢືນວ່າ ສະພາຕ່ຳລັດເຊຍຈະຕັ້ງໜ້າໜູນຊ່ວຍສ້າງຂອບເຂດນິຕິກຳໃຫ້ໝາະສົມເພື່ອຍູ້ແຮງການເຄື່ອນໄຫວການລົງທຶນ, ການຮ່ວມມືດ້ານອຸດສາຫະກຳ, ກະສິກຳ, ພະລັງງານ, ນ້ຳມັນອາຍແກັດ ລະຫວ່າງສອງປະເທດ.
ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີການພົບປະກັບທ່ານນາງສະພາສະຫະພັນລັດເຊຍ V. Mat-vi-en-co.
ທີ່ການພົບປະ, ສອງຝ່າຍໄດ້ຕີລາຄາສູງການຮ່ວມມືດ້ານລັດທະນະທຳມະນຸດລະຫວ່າງ ຫວຽດນາມ - ລັດເຊຍເຊິ່ງໄດ້ຮັບການພັດທະນາຢ່າງຕັ້ງໜ້າໃນໄລຍະທີ່ຜ່ານມາ, ເຫັນດີເປັນເອກະພາບສ້າງເງື່ອນໄຂສະດວກໃຫ້ແກ່ການໄປມາຫາສູ່ຂອງປະຊາຊົນສອງປະເທດ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ມິດຕະພາບ ລະຫວ່າງສອງຊາດ.