(VOVWORLD) -ວັນທີ 12 ທັນວາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Naftali Bennett ໄດ້ເດີນທາງໄປຢ້ຽມຢາມ ສະຫະລັດ ອາຣັບ ເອມມີເລດ (UAE) ຄັ້ງປະຫວັດສາດ.
ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Naftali Bennett (ພາບ: TTXVN) |
ນີ້ແມ່ນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຂັ້ນສູງສຸດນັບແຕ່ເມື່ອ ອິດສະຣາແອນ ແລະ ສະຫະລັດ ອາຣັບ ເອມມີເລດ ສ້າງຕັ້ງສາຍພົວພັນທາງການທູດໃນປີ 2020 ແລະ ກໍແມ່ນ “ການຢ້ຽມຢາມ UAE ຄັ້ງທຳອິດ ຂອງ ນາຍົກລັດຖະມົນຕີ ອິດສະຣາແອນ”. ຄາດວ່າ, ທ່ານ Bennett ຈະພົບປະກັບເຈົ້າຊາຍ Abu Dhabi, Sheikh Mohammed bin Zayed Al – Nahyan ເພື່ອປຶກສາຫາລືກ່ຽວກັບແບບວິທີຮັດແໜ້ນສາຍພົວພັນລະຫວ່າງ ອິດສະຣາແອນ ແລະ UAE ໃຫ້ເລິກເຊິ່ງຂຶ້ນຕື່ມ, ໂດຍສະເພາະແມ່ນບັນຫາເສດຖະກິດ ແລະ ພາກພື້ນ”.