(VOVWORLD) -ທ່ານນາຍົກລັດຖະມົນຕີ Olf Scholz ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ກໍ່ປຶກສາຫາລື ຫຼາຍບັນຫາຕ່າງໆຄືບັນດາບຸລິມະສິດຂອງປະເທດ ເຢຍລະມັນໃນບົດບາດເປັນປະທານກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7)...
ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz (ພາບ: TTXVN) |
ວັນທີ 6 ກຸ່ມພາ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໄດ້ເລີ່ມຕົ້ນການເດີນທາງຢ້ຽມຢາມ ອາເມລິກາ ຄັ້ງທຳອິດນັບແຕ່ເວລາທ່ານເຂົ້າດຳລົງຕຳແໜ່ງ. ຢູ່ນະຄອນຫຼວງ ວໍຊິງຕັນ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ມີການເຈລະຈາສຳຄັນກັບທ່ານປະທານາທິບໍດີ ອາເມລິກາ Joe Biden ໃນວັນທີ 7 ກຸມພາ. ເນື້ອໃນຈຸດສຸມໃນການປືກສາຫາລືລະຫວ່າງການນຳເຢຍລະມັນ ແລະ ອາເມລິກາ ແມ່ນບັນດາບັນຫາປັດຈຸບັນກ່ຽວກັບຄວາມໝັ້ນຄົງ ຢູ່ ເອີລົບ.
ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ Olaf Scholz ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ກໍ່ປຶກສາຫາລື ຫຼາຍບັນຫາຕ່າງໆຄືບັນດາບຸລິມະສິດຂອງປະເທດ ເຢຍລະມັນໃນບົດບາດເປັນປະທານກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7), ການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19, ບັນຫາການຄ້າທົ່ວໂລກ ຫຼືການພົວພັນສອງຝ່າຍ ລະຫວ່າງ ເຢຍລະມັນ - ອາເມລິກາ.
ຖັດຈາກການຢ້ຽມຢາມອາເມລິກາ, ທ່ານ ນາຍົກລັດຖະມົນຕີ ເຢຍລະມັນຈະ ເດີນທາງໄປຢ້ຽມຢາມ ຢູແກຼນ ແລະ ລັດເຊຍ ໃນຄວາມມານະພະຍາຍາມຫຼຸດຜ່ອນຄວາມເຄັ່ງຕຶງ ຢູ່ພາກພື້ນ ເອີລົບຕາເວັນອອກ.