ທ່ານນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບເອກອັກຄະລັດຖະທູດ ຮູງກາຣີ
ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ໃຫ້ການຕ້ອນຮັບທ່ານນາງ Eszter Torda ເອກອັກຄະລັດຖະທູດ ຮູງກາຣີ
ພາບ: internet
|
(vovworld) - ຕອນບ່າຍວັນທີ 3/10, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ໃຫ້ການຕ້ອນຮັບທ່ານນາງ Eszter Torda ເອກອັກຄະລັດຖະທູດ ຮູງກາຣີ ເຂົ້າຢ້ຽມຂຳ່ນັບເນື່ອງໃນໂອກາດມາຮັບຫນ້າທີ່ການທູດ ຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ເນັ້ນຫນັກວ່າ ຫວຽດນາມ ແລະ ຮູງກາຣີ ແມ່ນສອງປະເທດມີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ. ທ່ານນາຍົກລັດຖະມົນຕີ ຢືນຢັນ ນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງ ຫວຽດນາມ ພ້ອມແລ້ວສະຫນັບສະຫນູນ ຮູງກາຣີ ເພີ່ມທະວີການຮ່ວມມືກັບບັນດາປະເທດໃນອາຊຽນ ພ້ອມທັງປາດຖະຫນາຢາກ ຮູງກາຣີ ສະຫນັບສະຫນູນ ຫວຽດນາມ ເພີ່ມທະວີການຮ່ວມມືກັບບັນດາປະເທດໃນສະຫະພາບເອີລົບ, ຮັບຮູ້ ຫວຽດນາມ ເປັນພື້ນຖານເສດຖະກິດການຕະຫລາດໂດຍໄວ ພ້ອມທັງ ສະເຫນີວ່າ: ສອງປະເທດຮ່ວມມືຢ່າງແຫນ້ນແຟ້ນ, ສະຫນັບສະຫນູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສພາກພື້ນ ແລະ ສາກົນ. ທ່ານນາງ Eszter Torda ເອກອັກຄະລັດຖະທູດ ຮູງກາຣີ ໄດ້ຢືນຢັນວ່າ: ຈະມານະພະຍາຍາມຊຸກຍູ້ການພົວພັນຮ່ວມມືຫລາຍດ້ານລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາ.