( vovworld ) – ຕອນຄຳວັນທີ 29/3, ທ່ານນາຍົກລັດຖະມົນຕີ Nguyen Tan Dung ແລະ ພັນລະຍາພ້ອມດ້ວຍຄະນະຜູ້ແທນລັດຖະບານຫວຽດນາມໄດ້ກັບມາຮອດຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດຄວາມປອດໄພດ້ານນິວເຄຼຍຄັ້ງທີ 2 ແລະ ຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ. ການໄປຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ Nguyen Tan Dung ບໍ່ພຽງແຕ່ຢືນຢັນກັບໂລກກ່ຽວກັບນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການນຳໃຊ້ພະລັງງານນິວເຄຼຍເພື່ອເປົ້າໝາຍສັນຕິພາບເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຫວຽດນາມ ແມ່ນສະມາຊິກທີ່ມີໜ້າທີຮັບຜິດຊອບ, ເປັນເຈົ້າການ ແລະ ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມແກ້ໄຂບັນຫາທີມີຄວາມສົນໃຈລວມຂອງປະຊາຄົມໂລກຢ່າງຕັ້ງໜ້າ, ການຢ້ຽມຢາມຍັງປະກອບສ່ວນຮັດແໜ້ນຄວາມສາມັກຄີ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສ.ເກົາຫຼີ ໃນຂົງເຂດການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ.
ພາຍຫຼັງພາກຂ່າວ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ມີບົດສະຫຼຸບບັນດາການເຄື່ອນໄຫວຕົ້ນຕໍຂອງທ່ານນາຍົກລັດຖະມົນຕີ Nguyen Tan Dung ໃນການຢ້ຽມຢາມຄັ້ງນີ້. ເຊີນທ່ານຕິດຕາມຮັບຟັງ.