ທ່ານນາຍົກລັດຖະມົນຕີ Nguyen Tan Dung ພົບປະກັບທ່ານ Samdec Hunsen ນາຍົກລັດຖະມົນຕີ ກຳປູເຈຍ
ພາບ:chinhphu.vn
|
(vovworld) - ທ່ານນາຍົກລັດຖະມົນຕີ Nguyen Tan Dung ນຳຫນ້າຄະນະຜູ້ແທນ ຫວຽດນາມ ເດີນທາງອອກຈາກ ຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 20 ຊຶ່ງຈັດຂຶ້ນຢູ່ນະຄອນຫລວງ ພະນົມເປັນ ປະເທດ ກຳປູເຈຍ ແຕ່ວັນທີ 3 - 4/4/2012 ຕາມຄຳເຊື້ອເຊີນຂອງທ່ານ Samdec Hunsen ນາຍົກລັດຖະມົນຕີ ກຳປູເຈຍ. ເຂົ້າຮ່ວມຄະນະຜູ້ແທນ ຫວຽດນາມ ລວມມີທ່ານ Pham Binh Minh ລັດຖະມົນຕີການຕ່າງປະເທດ, ທ່ານ Vu Duc Dam ລັດຖະມົນຕີ, ຫົວຫນ້າຫ້ອງວ່າການລັດຖະບານ, ທ່ານ Vu Huy Hoang ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານນາງ Pham Thi Hai Chuyen ລັດຖະມົນຕີກະຊວງແຮງານທະຫານເສຍອົງຄະ ແລະ ສັງຄົມ, ທ່ານ Le Luong Minh ແລະ ທ່ານ Pham Quang Vinh ຮອງລັດຖະມົນຕີການຕ່າງປະເທດ, ທ່ານ Nguyen Van Tung ຜູ້ຊ່ວຍວຽກນາຍົກລັດຖະມົນຕີ.
ທີ່ພະນົມເປັນ, ຕອນເຊົ້າວັນທີ 2/4, ກອງປະຊຸມລັດຖະມົນຕີການຕ່າງປະເທດບັນດາປະເທດອາຊີຕາເວັນອອກສຽງໃຕ້ (AMM) ຖືກໄຂຂຶ້ນ ໂດຍມີການເຂົ້າຮ່ວມຂອງ 10 ປະເທດສະມາຊິກ. ຄະນະຜູ້ແທນຫວຽດນາມ ໂດຍທ່ານ Pham Binh Minh ລັດຖະມົນຕີກະຊວງການຕ່າງປະເທດ ນຳຫນ້າ. ທີ່ກອງປະຊຸມ, ລັດຖະມົນຕີບັນດາປະເທດຈະປຶກສາຫາລື ແລະ ຮັບຮອງເອົາເນື້ອໃນເອກະສານເພື່ອຍື່ນສະເຫນີກອງປະຊຸມສຸດຍອດ ຊ່ືງລວມມີ: ຖະແຫລງການພະນົມເປັນ “ອາຊຽນ: ປະຊາຄົມຫນຶ່ງ ຊາຕາກຳດຽວກັນ”, ຖະແຫລງການຮ່ວມປອດຢາເສບຕິດໃນປີ 2015, ຖະແຫລງການປະທານ ອາຊຽນ ກ່ຽວກັບການລະນຶກ 45 ປີ ແຫ່ງວັນສ້າງຕັ້ງ ອາຊຽນ ແລະ ໝາກຜົນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 20. ບັນດາກອງປະຊຸມສະພາປະຊາຄົມເສດຖະກິດ ອາຊຽນ (AEC), ກອງປະຊຸມສະພາປະຊາຄົມວັດທະນະທຳ ສັງຄົມ ອາຊຽນ (ASCC) ກໍຖືກໄຂຂຶ້ນໃນຕອນເຊົ້າຂອງວັນດຽວກັນ.