ທ່ານນາຍົກລັດຖະມົນ ຕີຫງວຽນເຕິນຢຸງຖະ ຫວາຍທູບທຽນໄຫ້ວອາ ໄລປະທານໂຮ່ຈິມິນ


 ທ່ານນາຍົກລັດຖະມົນ ຕີຫງວຽນເຕິນຢຸງຖະ ຫວາຍທູບທຽນໄຫ້ວອາ ໄລປະທານໂຮ່ຈິມິນ - ảnh 1

(ພາບ: VGP/Nhật Bắc)

 (vovworld)- ​​​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ-ປີ​ມະ​ເມຍ 2014 ​ແລະ ສະ​ເຫຼີ​ມສະຫຼອງ 84 ປີ​ແຫ່ງ​ວັນ​ສ້າງຕັ້ງພັກ​ກອມ​ມູນິດ​ຫວຽດນາມ (3/2/1930-3/2/2014), ວັນ​ທີ 25/1, ທ່ານນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ແລະ ບັນດາ​ການ​ນຳ​ຫ້ອງ​ວ່າການ​ລັດຖະບານ​ໄດ້ຖະ​ຫວາຍ​ທູບ​ທຽນ​​ໄຫ້​ວອາ​ໄລ​ປະທານ​ໂຮ່ຈິ​ມິນ ຢູ່​ເຂດ​ປູ​ສະ​ນີຍະສະ​ຖານປະທານ​ໂຮ່ຈິ​ມິນ.

  ທ່ານນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ​ ​ໄດ້​ຖາມ​ຂ່າວ, ລະດົມ​ກຳລັງ​ໃຈ, ມອບ​ຂອງຂວັນ​ໃຫ້ພະນັກງານ, ພາລະ​ກອນ​ເຂດ​ປູ​ສະ​ນີຍະສະ​ຖານ​​ໂຮ່ຈິ​ມິນ ​ແລະ ຍ້ອງຍໍ​ສັນລະ​ເສີນ​ຫມູ່ຄະນະ​ພະນັກງານ, ພາລະ​ກອນທີ່​ໄດ້​ເກັບ​ຮັກສາ​ບັນດາ​ວັດຖຸພັນ, ອະນຸສອນ​ຕິດ​ພັນ​ກັບ​ຊີວິດ​ຂອງ​ລຸງ​ໂຮ່. ທ່ານນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ປາດ​ຖະໜາວ່າ, ພະນັກງານ, ພາລະ​ກອນ​ເຂດ​ປູ​ສະ​ນີຍະສະ​ຖານ​​ໂຮ່ຈິ​ມິນ ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ໃນ​ການ​ຮັກສາ​ບັນດາ​ອະນຸສອນ​ທີ່​ຕິດ​ພັນ​ກັບ​ຊີວິດ​ຂອງ​ລຸງ​ໂຮ່​ ໃຫ້​ແກ່​ລຸ່ນຫຼັງ, ປະຕິບັດ​​ເປັນ​ຢ່າງ​ດີການ​ແນະນຳກ່ຽວ​ກັບ​ຊີວິດ ​ແລະ ພາລະກິດຂອງ​ປະທານ​ໂຮ່ຈິ​ມິນກັບ ປຊຊ ​ແລະ ​ເພື່ອນ​ມິດສາ​ກົນ./.

ຂ່າວ/ບົດ​ອື່ນ