ທ່ານປະທານປະຈຳສະພາສູງ ອາເມລິກາ ຈະຢ້ຽມຢາມ ຫວຽດນາມ
ທ່ານປະທານປະຈຳສະພາສູງ ອາເມລິກາ Patick Leahy
(ພາບ: AFP)
(vovworld) - ວັນທີ 13/4, ກຳມາທິການການຕ່າງປະເທດສະພາແຫ່ງຊາດ ຫວຽດນາມ ອອກແຈ້ງການໃຫ້ຮູ້ວ່າໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ, ທ່ານປະທານປະຈຳສະພາສູງ ອາເມລິກາ Patick Leahy ຈະນຳໜ້າຄະນະສະມາສິກສະພາສູງ ອາເມລິກາ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 16/4 – 20/4/2014. ການຢ້ຽມຢາມຈະຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໃນຫຼາຍຂົງເຂດ, ພິເສດແມ່ນການເມືອງ, ເສດຖະກິດ ແລະ ການຄ້າ.