ທ່ານປະທານປະເທດຈີນ ສີຈິ້ນຜິງ ໄປຢ້ຽມຢາມ ສປປ.ເກົາຫຼີ

(VOVWORLD) -ທ່ານປະທານປະເທດຈີນ ສີຈິ້ນຜິງ ໄດ້ເລີ່ມຕົ້ນການເດີນທາງໄປຢ້ຽມຢາມ ສປປ.ເກົາຫຼີ ຢ່າງເປັນທາງການໃນເວລາ 2 ວັນ ຕາມຄໍາເຊີນຂອງການນໍາ  Kim Jong –un.
ທ່ານປະທານປະເທດຈີນ ສີຈິ້ນຜິງ ໄປຢ້ຽມຢາມ ສປປ.ເກົາຫຼີ - ảnh 1 ທ່ານປະທານປະເທດຈີນ ສີຈິ້ນຜິງ (ພາບ: AFP)

  ວັນທີ 20 ມິຖຸນາ, ທ່ານປະທານປະເທດຈີນ ສີຈິ້ນຜິງ ໄດ້ເລີ່ມຕົ້ນການເດີນທາງໄປຢ້ຽມຢາມ ສປປ.ເກົາຫຼີ ຢ່າງເປັນທາງການໃນເວລາ 2 ວັນ ຕາມຄໍາເຊີນຂອງການນໍາ  Kim Jong –un. ທ່ານ ສີຈິ້ນຜິງ ແມ່ນປະທານປະເທດ ຈີນ ຄົນທໍາອິດ ທີ່ໄປຢ້ຽມຢາມ ພຽງຢາງ ໃນຮອບເວລາ 14 ປີ ຜ່ານມາ. ການຢ້ຽມຢາມຄັ້ງນີ້ ບໍ່ພຽງແຕ່ແມ່ນກາລະໂອກາດທີ່ດີ ເພື່ອປັບປຸງການພົວພັນສອງຝ່າຍເທົ່ານັ້ນ ຫາກຍັງແມ່ນໂອກາດຊ່ວຍກໍານົດທີ່ຕັ້ງການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ຄືນໃໝ່ອີກດ້ວຍ. ຕາມວົງການນັກໄຈ້ແຍກແລ້ວ, ການຢ້ຽມຢາມ ພຽງຢາງ ຄັ້ງນີ້ ດ້ານໜຶ່ງແມ່ນສາມາດຟື້ນຟູການເຈລະຈາກ່ຽວກັບບັນຫານິວເຄຼຍຂອງ ສປປ.ເກົາຫຼີ ແລະ ອີກດ້ານໜຶ່ງ, ກໍແມ່ນໂອກາດເພື່ອໃຫ້ ປັກກິງ ຢັ້ງຢືນບົດບາດສໍາຄັນຂອງຕົນໃນບັນຫາ ສປປ.ເກົາຫຼີ .

        ສໍາຄັນກວ່ານັ້ນອີກ ແມ່ນນໍາໃຊ້ບັນຫາ ນິວເຄຼຍ ຂອງ ສປປ.ເກົາຫຼີ ເພື່ອແກ້ໄຂບັນຫາສົງຄາມດ້ານການຄ້າ. ບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມ ໂດຍສະເພາະແມ່ນ ຖ້າຫາກບັນລຸໄດ້ບັນດາຄໍາໝັ້ນສັນຍາຈາກທ່ານປະທານ Kim Jong –un ນັ້ນ, ທ່ານ ສີຈີ້ນຜິງ ອາດຈະນໍາມາເຊິ່ງແຜນການໃໝ່ ໃຫ້ແກ່ການເຈລະຈານິວເຄຼຍລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ໃນການພົບປະກັບທ່ານ ປະທານາທິບໍດີ ອາເມລິກາ Donald Trump ຢູ່ນອກກອງປະຊຸມສຸດຍອດ G20. ແລະ ສິ່ງດັ່ງກ່າວ ແມ່ນຂອງຂວັນດີທີ່ສຸດ ຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງໃນສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ ທີ່ພວມປິນຂັ້ນໄດຄືໃນ ປັດຈຸບັນ.


ຕອບກັບ

ຂ່າວ/ບົດ​ອື່ນ