ທ່ານປະທານປະເທດຫວຽດນາມເຈີ່ນດ້າຍກວາງໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີລາວທອງລຸນສີສຸລິດ
ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ເຈີ່ນດ້າຍກວາງ
|
(vovworld)- ໃນຕອນເຊົ້າ ວັນທີ 25/10, ຢູ່ຮ່າໂນ້ຍ, ທ່ານ ປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນ ທ່ານ ນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ, ເນື່ອງໃນໂອກາດ ເຂົ້າຮ່ວມກອງປະຊຸມສຸດຍອດ ຍຸດທະສາດການຮ່ວມມື ເສດຖະກິດ ອາເຢວາດີ -ເຈົ້າພະຍາ -ແມ່ຂອງ ຄັ້ງທີ 7 (AC MEC-7), ກອງປະຊຸມສຸດຍອດບັນດາປະເທດກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ (CLMV 8) ແລະ ກອງປະຊຸມເວທີປາໄສເສດຖະກິດໂລກ ກ່ຽວກັບແມ່ນ້ຳຂອງ (WEF-Mekong). ທີ່ການຕ້ອນຮັບ, ທ່ານ ປະທານປະເທດ ເຈີ່ນດ້າຍກວາງ ຖືວ່າ: ເພື່ອໃຫ້ສາຍພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ 2 ປະເທດ ສືບຕໍ່ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ສອງຝ່າຍຄວນສົມທົບກັນກະກຽມ ໃຫ້ບັນດາການເຄື່ອນໄຫວທີ່ໃຫຍ່ຫຼວງ ລະຫວ່າງ ສອງປະເທດ ໃນໄລຍະຈະມາເຖິງໃຫ້ດີ. ລັດຖະບານສອງປະເທດ ສ້າງເງື່ອນໄຂສະດວກ ໃຫ້ບັນດາໂຄງການຮ່ວມມືລົງທຶນ ລະຫວ່າງ ສອງຝ່າຍ, ໃນນັ້ນ ມີບັນດາໂຄງການລົງທຶນ ຂອງວິສາຫະກິດຫວຽດນາມ ຢູ່ລາວ ໃຫ້ຜັນຂະຫຍາຍຢ່າງມີປະສິດທິຜົນ. ພ້ອມທັງ ສືບຕໍ່ເພີ່ມທະວີຊຸກຍູ້ການຮ່ວມມື ຂອງສອງປະເທດ ໃນບັນດາຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາ, ບຳລຸງສ້າງຊັບພະຍາກອນມະນຸດ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນຂອງປະຊາຊົນ ບົນພື້ນຖານບັນດາຂໍ້ຕົກລົງ, ແຜນການຮ່ວມມືລະອຽດແຕ່ລະປີ ລະຫວ່າງ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຂອງສອງປະເທດ. ກ່ອນໜ້ານີ້, ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະເຈລະຈາ ກັບ ທ່ານ ນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ. ນະທີ່ນີ້, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີລັດຖະບານລາວ ມີບັນດາມາດຕະການ ເພື່ອແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ບັນດາວິສາຫະກິດຫວຽດນາມລົງທຶນ ຢູ່ລາວ. ກະຊວງການຄ້າສອງປະເທດ ມີບັນດາມາດຕະການ ເພື່ອປົກປັກຮັກສາ ແລະ ເພີ່ມວົງເງິນການຄ້າສອງຝ່າຍ; ປະຕິບັດສັນຍາການຄ້າຊາຍແດນ ຫວຽດນາມ-ລາວ ໃຫ້ດີກວ່າອີກ. ນາຍົກລັດຖະມົນຕີ ທັງສອງທ່ານ ກໍ່ເຫັນດີເປັນເອກະພາບ ກ່ຽວກັບເລື່ອງລັດຖະບານສອງປະເທດ ສ້າງຕັ້ງຄະນະກຳມະການສະເພາະກິດ ຈັດຕັ້ງບັນດາລາຍການ ສະເຫຼີມສະຫຼອງຄົບຮອບ 55 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ລາວ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ, ການຮ່ວມມື ຫວຽດນາມ-ລາວ ແລະ ທ່ານ ນາຍົກລັດຖະມົນຕີ ສອງປະເທດ ມີກົນໄກປະຊຸມສະເພາະ ກໍ່ຄືເຂົ້າຮ່ວມ ແລະ ຊີ້ນຳ ທີ່ກອງປະຊຸມ ຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະບານ ເພື່ອສາມາດແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງ ໃນການພົວພັນ ລະຫວ່າງ ສອງປະເທດ ໂດຍທັນທີ.