ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ
ຕ້ອນຮັບທ່ານນາງ Monica Whaley
(ພາບ: TTXVN)
(vovworld) - ຕອນເຊົ້າວັນທີ 09/12 ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໃຫ້ການຕ້ອນຮັບທ່ານນາງ Monica Whaley ປະທານສູນແຫ່ງຊາດ APEC ອາເມລິກາ. ນະທີ່ນີ້ ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ: ລັດ ຫວຽດນາມ ຊົມເຊີຍຂໍ້ລິເລີ່ມປະກອບສ່ວນຂອງປະຊາຄົມວິສາຫະກິດ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນໃນພາກພື້ນ, ສ້າງຄວາມສະດວກໃຫ້ການເຄື່ອນໄຫວຂອງວິສາຫະກິດ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນຄວາມປາດຖະໜາຂອງ ຫວຽດນາມ ໃນການດຶງດູດວິສາຫະກິດ ອາເມລິກາ ຫລາຍແຫ່ງມາລົງທຶນເຂົ້າບັນດາຂົງເຂດ ຊຶ່ງ ຫວຽດນາມ ພວມສົ່ງເສີມຄື:ພື້ນຖານໂຄງລ່າງ, ເຕັກໂນໂລຢີສູງ, ພະລັງງານ, ການບໍລິການ…
ສ່ວນທ່ານນາງ Monica Whaley ແບ່ງປັ່ນກ່ຽວກັບບັນດາບຸລິມະສິດໃຫ້ປີ APEC 2017, ທ່ານນາງ Monica Whaley ຖືວ່າ: ກອງປະຊຸມສຸດຍອດວິສາຫະກິດ (CEO Summit ) ແມ່ນເຫດການສຳຄັນ, ດຶງດູດຄວາມສົນໃຈຂອງວົງການວິສາຫະກິດສຳລັບບັນດາພື້ນຖານເສດຖະກິດສະມາຊິກ