ທ່ານປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບທ່ານ Chung Sye Kyun ປະທານສະພາແຫ່ງຊາດ ສເກົາຫລີ
ພາບ:TTXV
|
(vovworld)- ຕອນບ່າຍວັນທີ 25/4 ຢູ່ ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ຕ້ອນຮັບທ່ານ Chung Sye Kyun ປະທານສະພາແຫ່ງຊາດ ສເກົາຫລີ ພວມຢ້ຽມຢາມຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີນດ້າຍກວາງ ຢືນຢັນ: ຫວຽດນາມຖືເປັນສຳຄັນ ແລະ ປາດຖະຫນາຢາກເພີ່ມທະວີການພົວພັນຮ່ວມມືຍຸດທະສາດກັບ ສເກົາຫລີ ກວ່າອີກ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ. ທ່ານປະທານປະເທດ ສະເຫນີ ສອງຝ່າຍສືບຕໍ່ຮ່ວມມື, ນຳການພົວພັນລະຫວ່າງສອງປະເທດເຂົ້າສູ່ລວງເລິກ. ທ່ານປະທານປະເທດ ເນັ້ນຫນັກວ່າ: ຫວຽດນາມ ພ້ອມແລ້ວພ້ອມກັບຝ່າຍ ສເກົາຫລີ ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສເກົາຫລີ ຢ່າງມີປະສິດທິຜົນ, ຮັກສາວົງເງິນການຄ້າໃຫ້ພັດທະນາເປັນປົກກະຕິ, ສູ້ຊົນວາງຄາດໝາຍບັນລຸວົງເງິນການຄ້າໃຫ້ໄດ້ 70 ຕື້ USD, ສືບຕໍ່ສົງເສີມ, ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ ສເກົາຫລີ ເພີ່ມທະວີການລົງທຶນຢູ່ຫວຽດນາມ.