ທ່ານປະທານປະເທດ ເຈີນດ້າຍກວາງ ກ່າວຄຳເຫັນທີ່ການພົບປະ
|
(vovworld)- ຕອນບ່າຍວັນທີ 4/4 ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ມີການພົບປະສັງສັນກັບຄະນະຜູ້ແທນອະດີດພະນັກງານສືບຂ່າວປ້ອງກັນຄວາມສະຫງົບເຂດ ໄຊງ່ອນ - ຢາດີ້ງ (ນັກສືບຂ່າວT4 ) ເນື່ອງໃນໂອກາດຄະນະໄປຢ້ຽມຢາມນະຄອນຫລວງ ຮ່າໂນ້ຍ ແລະ ບາງທ້ອງຖິ່ນທາງພາກເຫນືອຫວຽດນາມ. ເມື່ອໂອ້ລົມກັບບັນດາຜູ້ແທນ, ທ່ານປະທານປະເທດ ເຈີນດ້າຍກວາງຊີ້ແຈ້ງ ບັນດາວິລະກຳສູ້ຮົບ, ຜົນງານພິເສດຂອງກຳລັງພະນັກງານສືບຂ່າວປ້ອງກັນຄວາມສະຫງົບ T4 ໄດ້ປະກອບສ່ວນເຮັດໃຫ້ມູນເຊື້ອວິລະຊົນອັນສະຫງ່າລາສີຂອງກຳລັງຕຳຫລວດປະຊາຊົນຫວຽດນາມຍິ່ງມີຊີວິດຊີວາກວ່າ. ທ່ານປະທານປະເທດ ຢືນຢັນ: ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍເຄົາລົບ, ຮັບຮູ້ ແລະ ຕີລາຄາສູງບັນດາການເຄື່ອນໄຫວທີ່ເຕັມໄປດ້ວຍຄວາມໝາຍຂອງຄະນະພົວພັນຕິດຕໍ່ຂອງອະດີດພະນັກງານສືບຂ່າວປ້ອງກັນຄວາມສະຫງົບ T4. ທ່ານປະທານປະເທດ ເຈີນດ້າຍກວາງ ປາດຖະຫນາຢາກໃຫ້ບັນດາອະດີດພະນັກງານສືບຂ່າວ ສືບຕໍ່ເອົາໃຈໃສ່ປະກອບຄຳເຫັນ, ກໍ່ສ້າງກຳລັງຕຳຫລວດປະຊາຊົນໃຫ້ນັບມື້ນັບປອດໃສ, ໝັ້ນຄົງເຂັ້ມແຂງ, ປະກອບສ່ວນສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ.