ທ່ານປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບຮອງປະທານາທິບໍດີ ອິນໂດເນເຊຍ Jusuf Kalla
|
(vovworld)- ວັນທີ 18/11, ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງຄັ້ງທີ 24 ຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ ປາຊີຟີກ APEC ຢູ່ Lima ປະເທດ ເປຣູ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ຕ້ອນຮັບຮອງປະທານາທິບໍດີ ອິນໂດເນເຊຍ Jusuf Kalla. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີນດ້າຍກວາງ ສະເຫນີ: ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພິເສດຢູ່ ຂັ້ນສູງ ແລະ ຈັດຕັ້ງກອງປະຊຸມຄັ້ງທີ 7 ຂອງຄະນະກຳມະການປະສົມສອງປະເທດໂດຍໄວ ເພື່ອວາງອອກບັນດາມາດຕະການລະອຽດ ແນໃສ່ປະຕິບັດຄາດໝາຍຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງ 10 ຕື້ USD ໃນປີ 2018. ທ່ານປະທານປະເທດ ເຈີນດ້າຍກວາງ ສະເຫນີ ອິນໂດເນເຊຍ ມີຄວາມເອົາໃຈໃສ່, ມີການປະພຶດຕໍ່ຊາວປະມົງຫວຽດນາມຢ່າງມະນຸດສະທຳ ບົນຈິດໃຈມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມື. ສອງຝ່າຍເຫັນດີເພີ່ມທະວີການສົມທົບນຳກັນຢູ່ບັນດາເວທີປາໄສຫລາຍຝ່າຍ, ຊຸກຍູ້ຄວາມມານະພະຍາຍາມແກ້ໄຂຄວາມຂັດແຍ້ງຢູ່ທະເລຕາເວັນອອກໂດຍສັນຕິວິທີ, ສ້າງປະຊາຄົມ ອາຊຽນ ແລະ ສົມທົບກັນຢ່າງແຫນ້ນແຟ້ນໃນປີ APEC ຫວຽດນາມ 2017.