ທ່ານປະທານປະເທດເຈີນດ້າຍກວາງພົບປະກັບກຳລັງປະກອບອາວຸດນະຄອນໂຮ່ຈິມີນ
ທ່ານປະທານປະເທດເຈີນດ້າຍກວາງ ພົບປະກັບກຳລັງປະກອບອາວຸດນະຄອນໂຮ່ຈິມີນ
ພາບ:qdnd.vn
|
(vovworld)- ຕອນເຊົ້າວັນທີ 11/12 ຢູ່ ກອງບັນຊາການທະຫານນະຄອນໂຮ່ຈິນມີນ, ທ່ານປະທານປະເທດເຈີນດ້າຍກວາງ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດ ນະຄອນໂຮ່ຈິມີນ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງກຳລັງປະກອບອາວຸດຢູ່ບໍລິເວນນະຄອນໂຮ່ຈິມີນ, ລາຍງານໝາກຜົນກອງປະຊຸມຄັ້ງທີ 2 ສະພາແຫ່ງຊາດຊຸດທີ XIV ພ້ອມທັງພົບປະ, ຮັບຟັງຄວາມມຸ້ງມາດປາດຖະຫນາດ ແລະ ລະດົມກຳລັງໃຈພະນັກງານ, ນັກຮົບກຳລັງປະກອບອາວຸດນະຄອນໂຮ່ຈິມີນ ພ້ອມແລ້ວຮັບຫນ້າທີ່ ແລະປະຕິບັດສຳເລັດທຸກຫນ້າທີ່ທີ່ໄດ້ຮັບການມອບໝາຍເປັນຢ່າງດີ. ນະທີ່ນີ້, ທ່ານປະທານປະເທດ ຖືວ່າ ຫນ້າທີ່ປົກປັກຮັກສາປະເທດຊາດໃນສະພາບການໃຫມ່ ພວມວາງອອກບັນດາຄຳຮຽກຮ້ອງໃຫມ່, ກຳລັງປະກອບອາວຸດປະຊາຊົນຕ້ອງກະກຽມທຸກດ້ານເປັນຢ່າງດີ, ພ້ອມແລ້ວ ສູ້ຮົບ, ປົກປັກຮັກສາອະທິປະໄຕຢ່າງໝັ້ນຄົງຫນັກແຫນ້ນ, ຜືນແຜນດິນຂອງປະເທດຊາດອັນຄົບຖ້ວນໃນບໍ່ວ່າສະພາບການໃດ.