ທ່ານປະທານປະເທດເຈີນດ້າຍກວາງພົບປະກັບບັນດາວິສາຫະກິດໃຫຍ່ຂອງອາເມລິກາ

(VOVWORLD) -ຕອນເຊົ້າວັນທີ 8 ພະຈິກ ຢູ່ ນະຄອນ ດາຫນັງ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ມີການພົບປະກັບ 60 ວິສາຫະກິດໃຫຍ່ຂອງອາເມລິກາ. ເຫດການນີ້ ໂດຍສະຫະພັນວິສາຫະກິດ ອາເມລິກາ - APEC ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຈັດຕັ້ງຂຶ້ນ. 
ທ່ານປະທານປະເທດເຈີນດ້າຍກວາງພົບປະກັບບັນດາວິສາຫະກິດໃຫຍ່ຂອງອາເມລິກາ - ảnh 1 ທ່ານປະທານປະເທດເຈີນດ້າຍກວາງ ທີ່ການພົບປະ

ທີ່ການພົບປະ, ທ່ານປະທານປະເທດເຈີນດ້າຍກວາງ ຢືນຢັນ: ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ໄດ້ກາຍເປັນພື້ນຖານ ແລະ ກຳລັງຫນູນສຳຄັນຂອງການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ; ອາເມລິກາ ກາຍເປັນຄູ່ຮ່ວມມືດ້ານການຄ້າແຖວຫນ້າ ແລະ ແມ່ນນັກລົງທຶນໃຫຍ່ອັນດັບ 7 ຢູ່ ຫວຽດນາມ. ທ່ານປະທານປະເທດ ເນັ້ນຫນັກວ່າ: ໃນຜົນງານຂອງການພົວພັນລະຫວ່າງສອງປະເທດ ມີການປະກອບສ່ວນສຳຄັນທີ່ສຸດຂອງປະຊາຄົມວິສາຫະກິດ ອາເມລິກາ ແລະ ຫວຽດນາມ, ທ່ານປະທານປະເທດ ຊົມເຊີຍບັນດາວິສາຫະກິດ ອາເມລິກາ ເຂົ້າມາລົງທຶນຢູ່ຫວຽດນາມ ໃນບັນດາຂົງເຂດຄື: ເຕັກໂນໂລຊີສູງ, ພະລັງງານ, ພື້ນຖານໂຄງລ່າງ… ທ່ານປະທານປະເທດ ສະເຫນີ ສະຫະພັນວິສາຫະກິດ ອາເມລິກາ - APEC ສືບຕໍ່ເປັນຂົວຕໍ່ໃຫ້ແກ່ບັນດາວິສາຫະກິດ ອາເມລິກາ ເພີ່ມທະວີການລົງທຶນ ແລະ ດຳເນີນທຸລະກິດຢູ່ຫວຽດນາມ, ຫນູນຊ່ວຍຂົນຂວາຍລັດຖະບານ ອາເມລິກາ ຮັບຮອງຂໍ້ກຳນົດເສດຖະກິດການຕະຫລາດໃຫ້ແກ່ຫວຽດນາມໂດຍໄວ ແລະ ເພີ່ມທະວີເສດຖະກິດການຄ້າ ແລະ ການລົງທຶນກັບຫວຽດນາມໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ