ທ່ານປະທານປະເທດເຈີ່ນດ້າຍກວາງຢ້ຽມຢາມແລະເຮັດວຽກກັບກຳລັງປະກອບອາວຸດແຂວງແທງຮ໋ວາ
(ພາບ: ແຄ່ງຈີ່ງ)
|
(vovworld) - ເນື່ອງໃນໂອກາດມາຢ້ຽມຢາມແຂວງ ແທງຮ໋ວາ, ຕອນບ່າຍວັນທີ 19/2, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ພ້ອມກັບຄະນະປະຕິບັດງານສູນກາງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບຕຳຫຼວດ, ຕຳຫຼວດດັບເພີງ, ກອງບັນຊາການທະຫານ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ແທງຮ໋ວາ. ກ່່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຊົມເຊີຍບັນດາຜົນງານດີເດັ່ນທີ່ກຳລັງປະກອບອາວຸດແຂວງ ແທງຮ໋ວາ ບັນລຸໄດ້ໃນປີຜ່ານມາ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຊີ້ແຈ້ງວ່າ, ໄລຍະຈະມາເຖິງ, ສະພາບການໂລກ, ພາກພື້ນສືບຕໍ່ມີການຜັນແປຢ່າງສັບສົນ, ມີຫຼາຍປັດໄຈຊ້ອນແຝງກໍ່ຄວາມຂາດສະຖຽນລະພາບ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ທ່ານປະທານປະເທດ ສະເໜີວ່າ:
“ຕັ້ງໜ້າເຂົ້າຮ່ວມການກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ, ທ່າຮົບປ້ອງກັນຊາດທົ່ວປວງຊົນສົມທົບກັນຢ່າງແໜ້ນແຟ້ນກັບພື້ນຖານປ້ອງກັນຄວາມສະຫງົບປະຊາຊົນ, ທ່າຮົບປ້ອງກັນຄວາມສະຫງົບປະຊາຊົນ, ສ້າງເຂດປ້ອງກັນແຂວງ, ເມືອງ, ກໍ່ສ້າງຮາກຖານຂັ້ນຕາແສງຢ່າງໝັ້ນຄົງເຂັ້ມແຂງ. ສືບຕໍ່ປ່ຽນໃໝ່, ຍົກສູງຄຸນນະພາບວຽກງານສຶກສາບຳລຸງສ້າງ, ຄວາມຮູ້ກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມກັບການປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເພີ່ມທະວີກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກ່ອນອື່ນໝົດແມ່ນກຳລັງບົ່ມຊ້ອນດ້ານການເມືອງ, ກໍ່ສ້າງ ແລະ ປັບປຸງ “ທ່າຮົບນ້ຳໃຈປະຊາຊົນ” ໃຫ້ໝັ້ນຄົງ, ຮັກສາສະຖຽນລະພາບດ້ານການເມືອງ - ສັງຄົມແຕ່ຂັ້ນຮາກຖານ.”