ທ່ານປະທານປະເທດເຈິ່ນດ້າຍກວາງໃຫ້ການຕ້ອນ
ຮັບລັດຖະມົນຕີການຕ່າງປະເທດການາ
(vovworld) - ຕອນບ່າຍວັນທີ 5/9, ຢູ່ ຮ່າໂນ້ຍ, ເມື່ອຕ້ອນຮັບທ່ານ ລັດຖະມົນຕີການຕ່າງປະເທດ ການາດາ Stephane Dion, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໃຫ້ຮູ້ວ່າ, ຫວຽດນາມຖືເປັນສຳຄັນ ແລະ ປາຖະໜາຢາກເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບ ການາດາ ກວ່າອີກ, ແລະ ພ້ອມແລ້ວທີ່ຈະພ້ອມກັບ ການາດາ ນຳການພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ພາກພື້ນອາຊີ - ປາຊີຟິກ ແລະ ຢູ່ໃນໂລກ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ຫວັງວ່າ ສະພາແຫ່ງຊາດ ການາດາ ຈະຮັບຮອງເອົາສັນຍາ TPP ເພື່ອໃຫ້ສັນຍານີ້ໄດ້ຮັບການປະຕິບັດ, ແນໃສ່ຊຸກຍູ້ດ້ານການຄ້າເສລີທີ່ມີມາດຕະຖານສູງຢູ່ພາກພື້ນ.
ສ່ວນທ່ານລັດຖະມົນຕີການຕ່າງປະເທດ ການາດາ Stephane Dion ກໍ່ແຈ້ງໃຫ້ທ່ານປະທານປະເທດ ເຈິ່ນດ້າຍກວາງ ກ່ຽວກັບນະໂຍບາຍການຕ່າງປະເທດຂອງ ການາດາ ແມ່ນບຸລິມາສິດແກ່ການເພີ່ມທະວີການພົວພັນ ແລະ ຕິດພັນກວ່າອີກກັບພາກພື້ນອາຊີ - ປາຊີຟິກ. ໃນນັ້ນ, ການາດາຖືເປັນສຳຄັນບົດບາດຂອງ ອາຊຽນ ແລະ ປາຖະໜາຢາກຊຸກຍູ້ການພົວພັນກັບ ຫຽດນາມ.
ສອງຝ່າຍສະໜັບສະໜູນເລື່ອງຊຸກຍູ້ການແກ້ໄຂຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກ ດ້ວຍສັນຕິວິທີ, ເຄົາລົບວິວັດທະນາການຕ່າງປະເທດ ແລະ ນິຕິກຳຢ່າງຄົບຖ້ວນ, ບົນພື້ນຖານປະຕິບັດກົດໝາຍສາກົນ ເພື່ອຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນຢູ່ເຂດທະເລຕາເວັນອອກ.