ພິທີຕ້ອນຮັບທ່ານປະທານປະເທດ ເຈືອງເຕີນຊາງ
(ພາບ: Trường Sơn)
|
(vovworld) – ຕອນເຊົ້າວັນທີ 14/5, ທີ່ສຳນັກງານປະທານາທິບໍດີ ຢູ່ນະຄອນຫຼວງ ບາກູ, ປະເທດ ອາແຊກໄບຢານ, ທ່ານປະທານາທິບໍດີ Ilham Aliev ເປັນປະທານພິທີຕ້ອນຮັບທ່ານປະທານປະເທດ ເຈືອງເຕີນຊາງ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ້ຽມຢາມ ສ. ອາແຊກໄບຢານ. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ທ່ານປະທານາທິບໍດີ Ilham Aliev ມີການເຈລະຈາເພື່ອແນໃສ່ແລກປ່ຽນບັນດາມາດຕະການເພື່ອປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບລະຫວ່າງ 2 ປະເທດ, ພິເສດແມ່ນໃນຂົງເຂດ ເສດຖະກິດ - ການຄ້າ ແລະ ການລົງທຶນ. 2 ຝ່າຍເຫັນດີເປັນເອກະສັນຊຸກຍູ້ການເຄື່ອນໄຫວສົ່ງເສີມການຄ້າເພື່ອເປິດກ້ວາງອັດຕາສ່ວນສິນຄ້າຂອງ ຫວຽດນາມ ຢູ່ ອາແຊກໄບຢານ ແລະ ກົງກັນຂ້າມ, ສູ້ຊົນນຳວົງເງິນການຄ້າ 2 ສົ້ນ, ເຊິ່ງປະຈຸບັນພຽງຢູ່ໃນລະດັບກ່ວາ 400 ລ້ານ USD ໃນປີ 2014 ຂຶ້ນເຖິງ 1 ຕື້ USD ໃນຊຸມປີຈະມາເຖິງ. ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ທ່ານປະທານາທິບໍດີ Ilham Aliev ເນັ້ນໜັກວ່າການຮ່ວມມືໃນຂົງເຂດນຳ້ມັນອາຍແກັດ ແມ່ນການບຸລິມະສິດທີ່ມີລັກສະນະຍຸດທະສາດຍາວນານ. ທ່ານປະທານາທິບໍດີ Aliev ຢືນຢັນຈະສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການລົງທຶນຂອງ ຫວຽດນາມ ຢູ່ ອາແຊກໄບຢານ, ມຸ່ງໄປເຖິງເລື່ອງ 2 ຝ່າຍເປີດກ້ວາງການຮ່ວມມືຂຸດຄົ້ນນ້ຳມັນອາຍແກັດຢູ່ປະເທດທີ 3. 2 ຝ່າຍກໍ່ເຫັນດີເປັນເອກະສັນຮ່ວມມືໃນບັນດາຂົງເຂດມີຄວາມສາມາດບົ່ມຊ້ອນອື່ນໆຄື: ອຸດສາຫະກຳເບົາ, ອາສັງຫະລິມະຊັບ, ແຮງງານ, ກໍ່ສ້າງ, ສາທາລະນະສຸກ, ຄົມມະນາຄົມຂົນສົ່ງ. ການນຳ 2 ທ່ານໄດ້ເຫັນດີເປັນເອກະສັນຕໍ່ບັນດາມາດຕະການລະອຽດ, ຟື້ນຟູ ແລະ ເພີ່ມທະວີການຮ່ວມມືໃນຂົງເຂດສຶກສາ, ບຳລຸງສ້າງ, ການທ່ອງທ່ຽວ, ໃນນັ້ນ ມີການເປີດສາຍການບິນໂດຍກົງ ຫວຽດນາມ - ອາແຊກໄບຢານ.
ທີ່ການເຈລະຈາ, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໄດ້ແຈ້ງບັນດາການຜັນແປຫວ່າງແລ້ວນີ້ຢູ່ທະເລຕາເວັນອອກ ແລະ ຢືນຢັນທັດສະນະຂອງບັນດາປະເທດອາຊຽນ ແລະ ຫວຽດນາມ ໃນການແກ້ໄຂຄວາມຂັດແຍ້ງກັນຢູ່ທະເລດ້ວຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ປະກອບສ່ວນຮັບປະກັນສັນຕິພາບ, ຄວາມສະຫງົບປອດໄພໃນການເດີນທະເລຢູ່ພາກພື້ນ. ປະທານາທິບໍດີອາແຊກໄບຢານ ສະໜັບສະໜູນທັດສະນະຂອງຫວຽດນາມ ໃນການແກ້ໄຂຄວາມຂັດແຍ້ງກັນຢູ່ທະເລດ້ວຍສັນຕິວິທີ, ບໍ່ນຳໃຊ້ອາວຸດ ຫຼືຂົ່ມຂູ່ນຳໃຊ້ກຳລັງອາວຸດ, ເໝາະສົມກັບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ. ປະທານາທິບໍດີອາແຢກບາຍຢານ ກໍ່ຖືເປັນສຳຄັນເລື່ອງພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການ່ວມມືຫຼາຍດ້ານກັບຫວຽດນາມ, ຖືຫວຽດນາມແມ່ນຄູ່ຮ່ວມມືທີ່ສຳຄັນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ໃນໂອກາດນີ້, ການນຳສອງປະເທດກໍ່ເປັນສັກຂີພິຍານພິທີລົງນາມໃນສັນຍາລະຫວ່າງລັດຖະບານກ່ຽວກັບການຮ່ວມມື ແລະ ໜູນຊ່ວຍດ້ານການບໍລິຫານໃນຂົງເຂດພາສີ, ສັນຍາລະຫວ່າງລັດຖະບານກ່ຽວກັບການຂົນສົ່ງທາງການບິນ. ບົດບັນທຶກຊ່ວຍຈຳລະຫວ່າງກະຊວງກະສີກຳສອງປະເທດໃນຂົງເຂດກະສີກຳ ແລະ ພັດທະນາຊົນນະບົດ, ບົດບັນທຶກຊ່ວຍຈຳລະຫວ່າງກະຊວງຄົມມະນາຄົມຂົນສົ່ງສອງປະເທດກ່ຽວກັບການຮ່ວມມືໃນຂົງເຂດຄົມມະນາຄົມຂົນສົ່ງ, ບົດບັນທຶກຊ່ວຍຈຳລະຫວ່າງກຸ່ມບໍລິສັດນຳ້ມັນອາຍແກສຫວຽດນາມ ແລະ ກຸ່ມບໍລິສັດນຳ້ມັນອາຍແກສອາແຢກບາຍຢານ ກ່ຽວກັບການຮ່ວມມືໃນຂົງເຂດນຳ້ມັນອາຍແກສ.