ທ່ານປະທານປະເທດເຈືອງເຕີນຊາງພົບປະກັບເລຂາທິການໃຫຍ່,ປະທານປະເທດຈີນສີຈີ້ນຜິງ

ທ່ານປະທານປະເທດເຈືອງເຕີນຊາງພົບປະກັບເລຂາທິການໃຫຍ່,ປະທານປະເທດຈີນສີຈີ້ນຜິງ - ảnh 1
(ທ່ານປະທານປະເທດເຈືອງເຕີນຊາງພົບປະກັບ
ເລຂາທິການໃຫຍ່,ປະທານປະເທດຈີນສີຈີ້ນຜິງ)


(vovworld)- ຕອນ​ບ່າຍ​ວັນ​ທີ 3/9, ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈືອ​ງ​ເຕີ​ຊາງ ໄດ້​ພົບ​ປະ​ກັບ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ. ນະ​ທີ່ນີ້ ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ໄດ້​ຢືນ​ຢັນ: ບົນ​ພື້ນ​ຖານ​ຫລັກ​ໝັ້ນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ສັນ​ຕິ​ພາບ, ເອ​ກະ​ລາດ, ເປັນ​ເຈົ້າ​ຕ​ົນ​ເອງ, ຫລາຍ​ຮູບ​ຫລາຍ​ແບບ ແລະ​ຫລາຍ​ຝ່າຍ, ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ, ປອດ​ໃສ ແລະ ຍາວ​ນານ​ກັບ​ພັກ​,ລັດ ແລະ ປະ​ຊາ​ຊົນ ຈີນ. ຫວຽດ​ນາມ ປາດ​ຖະ​ຫນາ​ຢາກ​ພ້ອມ​ກັບ​ຈີນ ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ລະ​ຫວ່າງ ຫວຽ​ດ​ນາມ - ຈີ​ນ ຢ່າງ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ​ນ​ຊາງ ສະ​ເຫນີ: ສອງ​ຝ່າຍ​ຄວບ​ຄຸມ​ຄວາມບໍ່​ລົງ​ລອຍ​ກັນ, ບໍ່​ມີ​ການ​ກະ​ທຳ​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ, ບໍ່​ເປ​ີດກວ້າງ​ການ​ຂັດ​ແຍ້ງ ພ້​ອມ​ກັນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ ຢືນ​ຢັນວ່າ: ການ​ພັດ​ທະ​ນາ​ນ້ຳ​ໃຈ​ມິດ​ຕະ​ພາບ ລະ​ຫວ່າງ ຈີນ -ຫວຽດ​ນາມ ແມ່ນ​ທິດ​ນຳ​ສະ​ເໝີ​ຕົ້ນ​ສະ​ເຫມີ​ປາຍ, ບໍ່​ມີ​ການປ່ຽນ​ແປງ​ຂອງພັກ, ລັດ ແລະ ປະ​ຊາ​ຊົນ​ຈ​ີນ ແລະ ຖື​ວ່າ ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແມ່ນ​ເໝາ​ະ​ສົມ​ກັບ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ມີ​ຜົນ​ປະ​ໂຫຍດ​ໃຫ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ