ທ່ານປະທານປະເທດ ເຈືອງເຕີ໋ນຊາງພົບປະສັງສັນບັນດາແບບ
ຢ່າງທີ່ດີເດັ່ນຂອງແມ່ຍິງກອງທັບ (ພາບ:Nguyen Khang/TTXVN)
(vovworld) – ການພົບປະສັງສັນບັນດາແບບຢ່າງທີ່ດີເດັ່ນຂອງແມ່ຍິງກອງທັບ ໄດ້ດຳເນີນໄປໃນຕອນເຊົ້າວັນທີ 27/5, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຢັ້ງຢືນວ່າ: ແຕ່ລະຄົນ, ເຖິງວ່າມີວຽກງານທີ່ແຕກແຕ່ງກັນ, ບາງຄົນທີ່ເຮັດວຽກງານຊີ້ນຳ, ນຳພາ, ບາງຄົນເປັນຄູສອນ, ຄົ້ນຄວ້າວິທະຍາສາດ. ແຕ່ແມ່ຍິງກອງທັບລ້ວນແຕ່ສະແດງໃຫ້ເຫັນຄຸນນະທາດດ້ານການເມືອງຢ່າງໝັ້ນຄົງ, ມີຄວາມຮັບຜິດຊອບສູງ, ທັງເປັນແບບຢ່າງທີ່ດີເດັ່ນ “ເຮັດຫຼ້ອນວຽກບ້ານການເຮືອນ”. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຢັ້ງຢືນວ່າ: ພັກ, ລັດ ຍາມໃດກໍ່ຍົກສູງແລະ ເສີມຂະຫຍາຍບົດບາດຂອງແມ່ຍິງໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ. ທ່ານປະທານປະເທດສະເໜີໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ການນຳ, ຊີ້ນຳບັນດາອົງການ, ກົມກອງໃນທົ່ວກອງທັບ, ສະມາຄົມແມ່ຍິງກອງທັບເຊື່ອມຊຶມ ແລະ ເອົາໃຈໃສ່ເຖິງການຊີ້ນຳ, ນຳພາ, ສ້າງເງື່ອນໄຂສະດວກໃຫ້ ແມ່ຍິງໄດ້ຮຳ່ຮຽນ, ຝືກຝົນຫຼໍ່ຫຼອມ, ກ້າວໜ້າ ແລະ ເຕີບໃຫຍ່, ທັງປະຕິບັດສຳເລັດໜ້າທີ່ການເມືອງຂອງກົມກອງເປັນຢ່າງດີ, ທັງເຮັດຫຼ້ອນໜ້າທີ່ຂອງແມ່ຍິງໃນຄອບຄົວ.