ທ່ານປະທານປະເທດເຈືອງເຕີນຊາງເຈລະຈາກັບ
ປະທານາທິບໍດີ ໂມຊຳບີກ Filipe Jacinto Nyusi
ພາບ:congly
|
(vovworld)- ຕອນບ່າຍວັນທີ 11/3, ທ່ານປະທານປະເທດເຈືອງເຕີນຊາງໄດ້ເດີນທາງເຖິງນະຄອນຫລວງ Maputo, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດໂມຊຳບີກ. ພາຍຫລັງພິທີຕ້ອນຮັບຢ່າງເປັນທາງການຢູ່ທຳນຽບປະທານາທິບໍດີ ດ້ວຍພິທີການສູງສຸດສະຫງວນໃຫ້ແກ່ປະມຸກລັດ, ທ່ານປະທານປະເທດເຈືອງເຕີນຊາງ ແລະ ປະທານາທິບໍດີ ໂມຊຳບີກ Filipe Jacinto Nyusi ໄດ້ດຳເນີນການເຈລະຈາ. ນະທີ່ນີ້ ສອງຝ່າຍໄດ້ເຫັນດີ ຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງສອງປະເທດ, ເພີ່ມທະວີການປະສານສົມທົບ ແລະ ສະຫນັບສະຫນູນເຊິ່ງກັນ ແລະກັນໃນບັນດາເວທີປາໄສ ແລະ ອົງການສາກົນ. ການນຳສອງທ່ານຖືວ່າ ການແລກປ່ຽນດ້ານການຄ້າສອງຝ່າຍບໍ່ທັນສົມຄູ່ກັບຄວາມສາມາດບົ່ມຊ້ອນ ແລະ ການພົວພັນດ້ານການເມືອງອັນດີງາມລະຫວ່າງສອງປະເທດ ແລະ ເຫັນດີມອບໃຫ້ບັນດາກະຊວງ, ຂະແຫນງການປຶກສາຫາລືບັນດາມາດຕະການລະອຽດເພື່ອສູ້ຊົນຮອດປີ 2020 ຍົກວົງເງິນການຄ້າສອງຝ່າຍລະຫວ່າງສອງປະເທດຂຶ້ນເຖິງ 500 ລ້ານ USD. ການນຳສອງທ່ານເຫັນດີນຳກັນວ່າ: ສອງປະເທດ ຄວນຈັດຕັ້ງຄະນະກຳມະການລະຫວ່າງລັດຖະບານ ຄັ້ງທີ 4 ເພື່ອຜັນຂະຫຍາຍປະຕິບັດບັນດາເນື້ອໃນທີ່ໄດ້ເປັນເອກະພາບໃນການເຈລະຈາ.
ພາຍຫລັງການເຈລະຈາ, ການນຳສອງທ່ານໄດ້ມີການພົບປະກັບນັກຂ່າວ. ນະທີ່ນີ້ ທ່ານປະທານາທິບໍດີ ໂມຊຳບີກ ຢືນຢັນວ່າ:
“ໃນໂຄງການບຸລິມະສິດຂອງລັດຖະບານ ໂມຊຳບີກ ໃນໄລຍະ 5 ປີຈະມາເຖິງ, ຂ້າພະເຈົ້າໄດ້ແລກປ່ຽນກັບປະທານປະເທດ ເຈືອງເຕີນຊາງ ກ່ຽວກັບບັນດາບຸລິມະສິດການຮ່ວມມືລະຫວ່າງສອງຝ່າຍ ນັ້ນແມ່ນ ກະສິກຳ, ພະລັງງານ, ການທ່ອງທ່ຽວ, ການກໍ່ສ້າງ, ຄົມມະນາຄົມຂົນສົ່ງ.”
ທ່ານປະທານປະເທດເຈືອງເຕີນຊາງ ເນັ້ນຫນັກວ່າ: ຜ່ານການຢ້ຽມຢາມຄັ້ງນີ້ ສອງຝ່າຍໃຫ້ຄຳໝັ້ນສັນຍາຍູ້ແຮງບັນດາມາດຕະການຊຸກຍູ້ການພົວພັນລະຫວ່າງສອງປະເທດໃນຫລາຍຂົງເຂດ ເປັນຕົ້ນການຮ່ວມມືເສດຖະກິດ ການຄ້າ, ການລົງທຶນ, ກະສິກຳ.
“ກະສິກຳ, ສິນໃນນ້ຳແມ່ນຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນໃຫຍ່ຂອງສອງປະເທດ. ຂ້າພະເຈົ້າປາດຖະຫນາວ່າ ບັນດາໂຄງການຮ່ວມມືກ່ຽວກັບກະສິກຳຢູ່ ໂມຊຳບີກ ໂດຍມີການເຂົ້າຮ່ວມຂອງຫວຽດນາມ ຈະປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນກິດຈະການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກຂອງໂມຊຳບີກ.”