ທ່ານປະທານປະເທດ ຫງວຽນຊວນຟຸກ ເປັນປະທານການເຮັດວຽກກັບກະຊວງຕຳຫລວດ, ຍຸຕິທຳກ່ຽວກັບແຜນຮ່າງສ້າງລັດແຫ່ງອຳນາດນິຕິບັນຍັດ

(VOVWORLD) - ທ່ານປະທານປະເທດ ຫງວຽນຊວນຟຸກ  ສະເຫນີສືບຕໍ່ສຳຫລວດກວດຄືນ, ສ້າງສຳເລັດບົດບາດຫນ້າທີ່, ໂຄງຮ່າງການຈັດຕັ້ງກົງຈັກຂອງອົງການສືບສວນ ແລະ ບັນດາອົງການທີ່ໄດ້ຮັບຫນ້າທີ່ສືບສວນຕາມທິດກະທັດລັດ
ທ່ານປະທານປະເທດ ຫງວຽນຊວນຟຸກ ເປັນປະທານການເຮັດວຽກກັບກະຊວງຕຳຫລວດ, ຍຸຕິທຳກ່ຽວກັບແຜນຮ່າງສ້າງລັດແຫ່ງອຳນາດນິຕິບັນຍັດ - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການເຮັດວຽກ. (ພາບ: TTXVN)

ສືບຕໍ່ລາຍການເຮັດວຽກກັບບັນດາກະຊວງ,ຂະແຫນງການ ຮັບເອົາຄຳເຫັນປະກອບສ້າງສຳເລັດແຜນຮ່າງ “ຍຸດທະສາດສ້າງສຳເລັດລັດແຫ່ງອຳນາດນິຕິບັນຍັດ ສັງຄົມນິຍົມ ຫວຽດນາມ ຮອດປີ 2030, ການກຳນົດທິດຮອດປີ 2045”, ວັນທີ 7 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ, ຫົວຫນ້າຄະນະຊີ້ນຳການສ້າງແຜນຮ່າງ ເປັນປະທານການເຮັດວຽກຂອງປະຈຳການຄະນະຊີ້ນຳກັບຄະນະພັກຕຳຫລວດສູນກາງ, ຄະນະພັກກະຊວງຍຸຕິທຳ.

ກ່າວຄຳເຫັນຊີ້ນຳ, ທ່ານປະທານປະເທດ ຫງວຽນຊວນຟຸກ ສະເຫນີສືບຕໍ່ສຳຫລວດກວດຄືນ, ສ້າງສຳເລັດບົດບາດຫນ້າທີ່, ໂຄງຮ່າງການຈັດຕັ້ງກົງຈັກຂອງອົງການສືບສວນ ແລະ ບັນດາອົງການທີ່ໄດ້ຮັບຫນ້າທີ່ສືບສວນຕາມທິດກະທັດລັດ, ເປັນມືອາຊີບ, ເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ ຕອບສະຫນອງຄວາມຮຽກຮ້ອງຕ້ອງການ, ຫນ້າທີ່ທີ່ໄດ້ຮັບການມອບໝາຍ, ຮັບປະກັນສິດທິມະນຸດ, ສິດພົນລະເຮືອນ.

ຕອບກັບ

ຂ່າວ/ບົດ​ອື່ນ