ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເດີນທາງອອກຈາກນະຄອນ ນິວຢອກ (ອາເມລິກາ) ກັບເມືອປະເທດ
(VOVWORLD) -ຕອນບ່າຍວັນທີ 24 ກັນຍາ (ຕາມເວລາ ທ້ອງຖິ່ນ) ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ ເດີນທາງອອກຈາກນະຄອນ ນິວຢອກ, ກັບມາ ຫວຽດນາມ, ສິ້ນສຸດການເຂົ້າຮ່ວມກອງປະຊຸມປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່, ສປຊ ຊຸດທີ 76 ແລະ ປະຕິບັດການເຄື່ອນໄຫວຈຳນວນໜຶ່ງຢູ່ ອາເມລິກາ ແຕ່ວັນທີ 21 ຫາວັນທີ 24 ກັນຍາ ຢ່າງຈົບງາມ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເດີນທາງອອກຈາກນະຄອນ ນິວຢອກ, ກັບມາ ຫວຽດນາມ (ພາບ: TTXVN) |
ກ່ອນໜ້ານັ້ນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບທ່ານປະທານາທິບໍດີ ເຢຍລະມັນ Frank – Walter Steinmerier. ນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງ ລັດຖະບານ ເຢຍລະມັນ ທີ່ໄດ້ໃຫ້ການໜູນຊ່ວຍວັກຊິນ ກໍຄືວັດຖຸອຸປະກອນການແພດໃຫ້ແກ່ຫວຽດນາມ. ທ່ານ ຫງວຽນຊວັນຟຸກ ສະເໜີ ເຢຍລະມັນ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຢຍລະມັນ ເຊື່ອມຕົວເຂົ້າກັບປະເທດປະຈຳຖິ່ນຢ່າງເລິກເຊິ່ງກວ້າງຂວາງ.
ການນຳສອງປະເທດ ໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສຫຼາຍຝ່າຍ, ຜ່ານນັ້ນປະກອບສ່ວນຮັກສາສັນຕິພາບ, ຊຸກຍູ້ການປະຕິບັດກົດໝາຍສາກົນ.
ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍໄດ້ໄປວາງພວງມາລາຢູ່ອະນຸສາວະລີແຫ່ງຊາດ 11 ກັນຍາ - ເຊິ່ງແມ່ນກິດຈະກຳອາໄລຫາຜູ້ປະສົບເຄາະຮ້າຍຈາກເຫດບຸກໂຈມຕີກໍ່ການຮ້າຍເກີດຂຶ້ນໃນວັນທີ 11 ກັນຍາ 2001 ຢູ່ ນະຄອນ ນິວຢອກ.