ທ່ານປະທານປະເທດ ເຂົ້າຮ່ວມກອງປະຊຸມໃຫຍ່ທະນາຍຄວາມຫວຽດນາມ ຄັ້ງທີ12
ທ່ານປະທານປະເທດ ເຂົ້າຮ່ວມກອງປະຊຸມໃຫຍ່
ທະນາຍຄວາມຫວຽດນາມ ຄັ້ງທີ 12
(ພາບ: vovgiaothong.vn)
(vovworld) – ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມທະນາຍຄວາມຫວຽດນາມ ຄັ້ງທີ 12 ອາຍຸການ 2014 – 2019, ຕອນເຊົ້າວັນທີ 20/09, ທ່ານປະທານປະເທດ ເຈືອງເຕີນຊາງ ຖືວ່າ ປະເທດຊາດພວມຢື່ນຢູ່ຕໍ່ໜ້າກາລະໂອກາດພັດທະນາໃໝ່ ແຕ່ກໍ່ມີສິ່ງທ້າທາຍ, ຫຍຸ້ງຍາກຫຼາຍຢ່າງ, ໃນນັ້ນມີບັນດາໄພນາບຂູ່ເຖິງວິວັດການພັດທະນາປະທດຊາດ. ໃນສະພາບການນັ້ນ, ທ່ານປະທານປະເທດ ເນັ້ນໜັກວ່າ ຍິ່ງກວ່າເວລາໃດໝົດ ໜ້າທີ່ກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນຍິ່ງຕ້ອງໄດ້ຮັບຖືເປັນສຳຄັນ. ພ້ອມກັບທົ່ວພັກ, ທົ່ວປວງຊົນ, ສະມາຄົມທະນາຍຄວາມຫວຽດນາມ ແມ່ນໜຶ່ງໃນບັນດາກຳລັງທີ່ຂາດບໍ່ໄດ້ ເພື່ອປະກອບສ່ວນປົກປ້ອງຍຸຕິທຳ ແລະ ຄວາມຍຸຕິທຳສັງຄົມ, ຮ່ວມແຮງຮ່ວມໃຈກໍ່ສ້າງພັກ, ລັດໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ. ເພື່ອປະຕິບັດໜ້າທີ່ດັ່ງກ່າວໃຫ້ສຳເລັດ. ທ່ານປະທານປະເທດ ເຈືອງເຕີນຊາງ ສະເໜີວ່າ.
“ສະມາຄົມທະນາຍຄວາມຫວຽດນາມ ຄວນເປັນເຈົ້າການ, ມີຫົວຄິດປະດິດສ້າງ ແລະ ຫັນການເຄື່ອນໄຫວເປັນຫຼາຍຮູບຫຼາຍແບບ. ສືບຕໍ່ເປີດກວ້າງ ແລະ ຍົກສູງຖັນແຖວນັກທະນາຍຄວາມ, ຍົກສູງຄຸນນະທາດດ້ານການເມືອງ, ຈັນຍາບັນ ແລະ ຄວາມສາມາດວິຊາຊີບ ໃນຖັນແຖວຂອງຕົນ ພ້ອມທັງເອົາໃຈໃສ່ບຳລຸງສ້າງ, ຝຶກຝົນຫຼໍ່ຫຼອມ ແລະ ດຶງດູດບັນດາທະນາຍຄວາມໜຸ່ມເຂົ້າຮ່ວມການເຄື່ອນໄຫວຂອງສະມາຄົມ. ສະມາຄົມຕ້ອງເພີ່ມທະວີການເຄື່ອນໄຫວໜູນຊ່ວຍດ້ານກົດໝາຍໃຫ້ຄົນທຸກຍາກ, ເປົ້າໝາຍນະໂຍບາຍ; ເຂົ້າຮ່ວມການປົກປ້ອງສິດທິມະນຸດ ແລະ ຜົນປະໂຫຍດອັນຊອບທຳຂອງລັດ ແລະ ພົນລະເມືອງ”.