ທ່ານປະທານປະເທດ ເຈືອງເຕິ໋ນຊາງເຊັນ ປະກາດລັດຖະທຳມະນູນ
(ທ່ານປະທານປະເທດ ເຈືອງເຕິ໋ນຊາງໄດ້ເຊັນຄຳສັ່ງປະກາດ
ລັດຖະທຳມະນູນແຫ່ງປະເທດ ສສ ຫວຽດນາມ (ສະບັບປັບປຸງ)
(vovworld) – ວັນທີ 8/12, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈືອງເຕິ໋ນຊາງໄດ້ເຊັນຄຳສັ່ງປະກາດລັດຖະທຳມະນູນແຫ່ງປະເທດ ສສ ຫວຽດນາມ (ສະບັບປັບປຸງ) ແລະ ມະຕິກຳນົດບາງຂໍ້ກ່ຽວກັບການປະຕິບັດລັດຖະທຳມະນູນ ຂອງ ສສ ຫວຽດນາມ.
ລັດຖະທຳມະນູນສະບັບປັບປຸງນີ້ ແມ່ນເອກະສານດ້ານການເມືອງ, ກົດໝາຍສຳຄັນພິເສດ, ແມ່ນກົດໝາຍທີ່ເປັນພື້ນຖານຂອງລັດໃນໄລຍະຍູ້ແຮງພາລະກິດປ່ຽນໃໝ່ປະເທດຊາດຢ່າງຮອບດ້ານ ແລະ ເຊື່ອມໂຍງເຂົ້າກັບສາກົນ. ລັດຖະທຳມະນູນສະບັບປັບປຸງນີ້ຢືນຢັນເຈດຈຳນົງ, ອະທິປະໄຕຂອງປະຊາຊົນ ແລະ ກຳລັງແຮງມະຫາສາມັກຄີຂອງຊາດ; ຢືນຢັນປະເທດ ສສ ຫວຽດນາມ ແມ່ນປະເທດເອກະລາດ, ມີອະທິປະໄຕ ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ, ຢັ້ງຢືນລັດສັງຄົມນິຍົມຫວຽດນາມ ແມ່ນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ລັດຖະທຳມະນູນສະບັບປັບປຸງ ກໍ່ຢືນຢັນພັກກອມມູນິດຫວຽດນາມ ແມ່ນກຳລັງນຳພາລັດ ແລະ ສັງຄົມ, ຕິດພັນຢ່າງສະໜິດສະໜົມກັບປະຊາຊົນ, ຮັບໃຊ້ປະຊາຊົນ ແລະ ຢູ່ພາຍໃຕ້ການກວດກາຂອງປະຊາຊົນ, ຮັບຜິດຊອບຕໍ່ປະຊາຊົນກ່ຽວກັບການຕົກລົງຂອງຕົນ. ລັດຖະທຳມະນູນສະບັບປັບປຸງ ກໍ່ຍົກສູງສິດທິມະນຸດ, ສິດ ແລະ ພັນທະທີ່ເປັນພື້ນຖານຂອງພົນລະເມືອງ, ກຳນົດລະບອບການເມືອງ, ເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດເຕັກໂນໂລຢີ ແລະ ສິ່ງແວດລ້ອມ, ກ່ຽວກັບການປົກປັກຮັກສາປະເທດຊາດ, ກົງຈັກລັດ, ໜ້າທີ່ ແລະ ສິດອຳນາດຂອງອົງການຕ່າງໆໃນກົງຈັກລັດ, ກ່ຽວກັບຜົນສັກສິດ ແລະ ການປັບປຸງລັດຖະທຳມະນູນຢ່າງຈະແຈ້ງ ແລະ ຄົບຖ້ວນ.