ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບຮອງປະທານາທິບໍດີ ມຽນມາ

ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບຮອງປະທານາທິບໍດີ ມຽນມາ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
​ຕ້ອນຮັບ​ທ່ານ​ຮອງ​ປະທານາທິບໍດີ ​ສ.ສະຫະພັນມຽນມາ
(ພາບ: chinhphu.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 20/03, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ຮອງ​ປະທານາທິບໍດີ ​ສ.ສະຫະພັນມຽນມາ Nyan Tun ​ເຂົ້າ​ຢ້ຽມ​ຢາ​ຂໍ່ານັບ ​​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ​ ​ເປັນ​ຄັ້ງ​ທຳ​ອິດໃນ​ຖານະ​ເປັນຮອງ​ປະທາ​ນາ​ທິບໍດີ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ນີ້​ຂອງ​ທ່ານ​ຮອງ​ປະທານາທິບໍດີ Nyan Tun ​ແລະ ຖື​ວ່າການ​ຢ້ຽມຢາມ​ຈະ​ປະກອບສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຮ່ວມ​ມື​ອັນ​ດີງາມ​ທີ່​ມີ​ຢູ່​ແລ້ວລະ​ຫວ່າງ 2 ປະ​ເທດ. ການ​ນຳທັງ 2 ທ່ານ ​ກໍ​ຢືນຢັນ​ວ່າ, ຈະ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົມຊ້ອນ​ຄື; ນ້ຳມັນ​ອາຍ​ແກັດ, ຂຸດ​ຄົ້ນແຮ່​ທາດ... ພ້ອມ​ທັງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ 2 ປະ​ເທດ. ທ່ານ​ປະທານ​ປະ​ເທດ​ໄດ້​ສະ​ເໜີ​ວ່າ 2 ຝ່າຍ​ຮັກສາ​ບັນດາ​ກົນ​ໄກ​ຮ່ວມ​ມື 2 ຝ່າຍ​ທີ່​ມີ​ຢູ່​ແລ້ວ​​ໃຫ້​ມີ​ປະສິດ​ທິຜົນ, ​ໃນ​ນັ້ນ​ມີ​ຄະນະ​ກຳມະການ​ປະສົມ, ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ຂໍ້​ຕິດ​ຂັດ ​ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ. ທ່ານ​ຮອງ​ປະທານາທິບໍດີ ມຽນມາ Nyan Tun ​ໃຫ້​ຄຳ​ໝັ້ນ​ສັນຍາວ່າ ​ຈະ​ມານະ​ພະຍາຍາມ​ຍູ້​ແຮງ​ບັນດາ​ຂໍ້​ຕົກ​ລົງຂັ້ນສູງ​ທີ່​ບັນລຸ​ໄດ້​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ 12 ຂົງ​ເຂດ​ໃຫ້​ບຸລິມະສິດ. ການ​ນຳ 2 ທ່ານ ກໍ​ເຫັນ​ດີ​ສືບ​ຕໍ່​ສົມທົບ​ກັນ ​ແລະ ຮ່ວມ​ມືກັນ​ຢ່າງ​ແໜ້ນ​ແຟ້ນ​ໃນບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ.

ຂ່າວ/ບົດ​ອື່ນ