ທ່ານປະທານປະເທດ ເຈືອງເຕີນຊາງ ອວຍພອນປີໃໝ່ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດຫວຽດນາມ

ທ່ານປະທານປະເທດ ເຈືອງເຕີນຊາງ ອວຍພອນປີໃໝ່ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດຫວຽດນາມ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
ອວຍພອນ​ປີ​​ໃໝ່​ໝູ່​ຄະນະ​ພະນັກງານ, ກຳມະກອນ PVN
(ພາບ: truongtansang.net)


(vovworld) -     ຕອນ​ເຊົ້າ​ວັນ​ທີ 07/02, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ປີ​​ໃໝ່​ໝູ່​ຄະນະ​ພະນັກງານ, ກຳມະກອນ ​ແລ​ະ ​ຜູ້​ອອກ​ແຮງ​ງານ​ກຸ່ມ​ບໍລິ​ສັດ​ນ້ຳມັນ​ອາຍ​ແກ​ັດ​ແຫ່ງ​ຊາດ​ຫວຽດນາມ (PVN). ທ່ານ​ປະທານ​ປະ​ເທດ ​ໄດ້​ຕີ​ລາຄາ​ສູງ​ລະດັບ​ການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ຂອງ​ກຸມ​ບໍລິສັ​ດ​ນ້ຳມັນ​ອາຍ​ແກັ​ດ​ແຫ່ງ​ຊາດ​ຫວຽດນາມ, ພິ​ເສດ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ຢູ່​ຕະຫຼາດຕ່າງປະ​ເທດ. ທ່ານ​ປະທານ​ປະ​ເທດ​ຖື​ວ່າ ໃນ​ປີຜ່ານມາພະນັກງານ, ກຳມະ​ກອນ​ຂະ​ແໜງ​ນ້ຳມັນ​ອາຍ​​ແກັດກວ່າ 5 ໝື່ນຄົນ ​ ​ບໍ່​ພຽງ​ແຕ່​ປະກອບ​ສ່ວນໃຫ້​ແກ່​ເສດຖະກິດ​ເທົ່າ​ນັ້ນ ຫາກ​ຍັງ​ປະຕິບັດ​ ໜ້າ​ທີ່ອື່ນໆ​ຂອງ​ປະ​ເທດ​ຊາດ ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ຕ່າງປະ​ເທດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ອວຍພອນ​ໃຫ້​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັດກາຍ​ເປັນ​ຫົວໜ່ວຍ​ທີ່​ມີ​ລະດັບ​ຄຸ້ມ​ຄອງ​ດີ​ທີ່​ສຸດ, ສ້າງ​ກຸ່ມ​ບໍລິສັດ​​ໃຫ້ພັດທະນາ​ຢ່າງ​ວ່ອງ​ໄວທີ່​ສຸດ, ມີ​ປະສິດທິ​ຜົນ​ສູງ​ສຸດ, ກາຍ​ເປັນ​ເສົາ​ຄຳ​ທີ່​ໝັ້ນ​ຄົງ​ເຂັ້ມ​ແຂງ​ຂອງ​ພື້ນຖານ​ເສດຖະກິດ, ມີ​ບົດບາດ​ທຽບເທົ່າ​ກັບ​ບັນດາ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັ​ດ​ໃຫຍ່ສຸດ​ຢູ່ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໃນ​ປີ 2011 – 2020.

        ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັ​ດຫວຽດນາມ ​ແມ່ນ​ລັດວິ​ສາ​ຫະກິດທີ່ຮັກສາ​ບົດບາດນຳ​ໜ້າ​ໃນ​ຂົງ​ເຂດ​ຂຸດ​ຄົ້ນ​ພະລັງງານ. ​ໃນ​ປີ 2012, PVN ບັນລຸ​ລະ​ດັບ​ເຕີບ​ໂຕ​ເສດຖະກິດ 20%  ມອບ​ເຂົ້າງົບ​ປະມານ​​ແຫ່ງ​ລັດ​ເພີ່ມ​ຂຶ້ນ 15%. ຄຽງ​ຂ້າງ​ນັ້ນ, ກຸ່ມ​ບໍລິສັດ​ຍັງ​ເປີດ​ກວ້າງ​ການ​ຜະລິດ, ດຳ​ເນີນ​ທຸ​ລະ​ກິດ​ການ​ບໍລິການ​ຢູ່​ບັນດາ​ປະ​ເທດ​ຂຶ້ນ​ກັບ​ພາກ​ພື້ນ​ອາຊີ, ອາ​ຟລິ​ກາ, ອາ​​ເມ​ລິ​ກາ​ລາຕີ​ນ ດ້ວຍ​ປະລິມານ​ນ້ຳມັນ​ທີ່​ຂຸດ​ຄົ້ນ​ຈາກ​ຕ່າງປະ​ເທດ​ແມ່ນ 1,1 ລ້ານ​​ໂຕນ.

ຂ່າວ/ບົດ​ອື່ນ