( ພາບ: nhandan.com.vn )
|
( vovworld ) - ໂດຍສືບຕໍ່ການໄປປະຕິບັດງານຢູ່ແຂວງຢາລາຍ, ຕອນເຊົ້າວັນທີ 17/3, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ເຮັດວຽກກັບການນຳຫຼັກແຫຼ່ງແຂວງຢາລາຍ ກ່ຽວກັບສະພາບປະຕິບັດໜ້າທີເສດຖະກິດສົງຄົມປີ 2011 ແລະ ຮັບປະກັນຄວາມສະຫງົບປອດໄພດ້ານປ້ອງກັນປະເທດໃນບໍລິເວັນແຂວງ. ທ່ານປະທານປະເທດ ເຈືອງເຕີນຊາງ ຊີ້ແຈງວ່າ ດ້ວຍທ່າແຮງທີ່ໃຫຍ່ຫຼວງກ່ຽວກັບປ່າ, ດິນປ່າ ແລະ ແຫຼ່ງຊັບພະຍາກອນດິນແດງ Bazan. ແຂວງຢາລາຍ ຕ້ອງສົມທົບກັບບັນດາກະຊວງ, ຂະແໜງການກວດຄືນແຜນການເພື່ອຊຸກຍູ້ຢ່າງແຮງກວ່າອີກ, ໃນນັ້ນ ພິເສດເອົາໃຈໃສ່ເຖິງວຽກງານປົກປັກຮັກສາແລະ ພັດທະນາປ່າ, ພ້ອມກັນນັ້ນປະຕິບັດນະໂຍບາຍກ່ຽວກັບທີ່ດິນ, ແກ້ໄຂວຽກເຮັດງານທຳ, ໜູນຊ່ວຍດ້ານເຕັກນິກວິທະຍາສາດສຳລັບປະຊາຊົນບັນດາເຜົ່າສ່ວນໜ້ອຍເປັນຢ່າງດີ ເພື່ອລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກແຕ່ລະຂັ້ນ. ທ່ານປະທານປະເທດ ເຈືອງເຕີນຊາງ ເວົ້າວ່າ.
“ ກ່ຽວກັບບັນຫາຊີວິດການເປັນຢູ່, ວຽກເຮັດງານທຳ, ປະຈຸບັນຄວນຄິດໄລ່ເນື້ອທີ່ດິນໃນໄລຍະທີ່ຈະມາເຖິງໃຫ້ບຸລິມະສິດ, ສຸມໃສ່ແກ້ໄຂຢູ່ກັບທີໃຫ້ແກ່ພໍ່ແມ່ປະຊາຊົນທີ່ບໍ່ມີວຽກເຮັດງານທຳ. ດ້ານໜຶ່ງກໍ່ດຶງດູດການເຂົ້າຮ່ວມໃນນິຄົມກະເສດ, ຊ່ວຍໃຫ້ປະຊາຊົນພັດທະນາສວນທຳການຜະລິດ. ຂ້າພະເຈົ້າເຊື້ອໝັ້ນວ່າຈະມີການປ່ຽນແປງຢ່າງໃຫຍ່ຫຼວງ, ແກ້ໄຂຊີວິການເປັນຢູ່ໂດຍພື້ນຖານ, ສ້າງວຽກເຮັດງານທຳ ແລະ ມີລາຍຮັບໃຫ້ແກ່ປະຊາຊົນ ”.
ທ່ານປະທານປະເທດໃຫ້ຄຳຕັກເຕືອນວ່າ, ພ້ອມກັບການພັດທະນາເສດຖະກິດ, ແຂວງຢາລາຍ ຕ້ອງເອົາໃຈໃສ່ເປັນພິເສດໃນວຽກງານຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍສັງຄົມ. ທ່ານປະທານປະເທດໄດ້ເນັ້ນໜັກເຖິງວິທີສຳຄັນແມ່ນປະຕິບັດນະໂຍບາຍຊົນເຜົ່າ ແລະ ສາສະໜາສຳລັບປະຊາຊົນບັນດາເຜົ່າສ່ວນໜ້ວຍເປັນຢ່າງດີ ແນໃສ່ເພີ່ມທະວີຄວາມສາມັກຄີເພື່ອສ້າງທ່າສະໜາມແຫ່ງຈິດໃຈປະຊາຊົນຢ່າງເຂັ້ມແຂງ, ພ້ອມກັນນັ້ນປັບປຸງລະບົບການເມືອງຂັ້ນຮາກຖານ.