ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ເຢຍລະມັນເຂົ້າຍື່ນສານຕາຕັ້ງ
|
(vovworld) - ຕອນເຊົ້າວັນທີ 14/8 ຢູ່ ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ Truong Tan Sang ໄດ້ໃຫ້ການຕ້ອນຮັບບັນດາທ່ານເອກອັກຄະລັດຖະທູດ ອົດສະຕາລີ, ນິວເຊີແລນ, ເຢຍລະມັນ, ມົງໂກນ, ຮຸງກາຣີ, ອິດສະຣາແອນ ແລະ ຝລັ່ງ ເຂົ້າຍື່ນສານຕາຕັ້ງເມື່ອຮັບຫນ້າທີ່ການທູດໃຫມ່ຢູ່ ຫວຽດນາມ. ນະການຕ້ອນຮັບທ່ານ Hugh Borrowman ເອກອັກຄະລັດຖະທູດ ອົດສະຕາລີ, ທ່ານປະທານປະເທດ ຫວຽດນາມ Truong Tan Sang ຊີ້ແຈງວ່າ, ສອງປະເທດ ຫວຽດນາມ ແລະ ອົດສະຕາລີ ສາມາດເປີດກວ້າງການພົວພັນໃນຫລາຍຂົງເຂດ ຊື່ງທັງສອງຝ່າຍຕ່າງມີທ່າແຮງ ເປັນຕົ້ນແມ່ນການສຶກສາບຳລຸງສ້າງ. ເມື່ອຕອ້ນຮັບບັນດາທ່ານເອກອັກຄະລັດຖະທູດ , ທ່ານ ປະທານປະເທດ Truong Tan Sang ປາດຖະຫນາວ່າ: ຜ່ານອາຍຸການການທູດຂອງບັນດາທ່ານຢູ່ ຫວຽດນາມ ຈະຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດເຫລົ່ານັ້ນ ກວ່າອີກໃນຫລາຍຂົງເຂດ ແລະ ທ່ານປະທານປະເທດມີຄວາມເຊື່ອໝັ້ນວ່າ ບັນດາທ່ານເອກອັກຄະລັດຖະທູດຈະແມ່ນຂົວເຊ່ືອມຕໍ່ລະຫວ່າງປະຊາຊົນ ຫວຽດນາມ ແລະ ປະຊາຊົນບັນດາປະເທດດັ່ງກ່າວ.