ທ່ານປະທານປະເທດ Truong Tan Sang ຕ້ອນຮັບລັດຖະມົນຕີ ປ້ອງກັນຊາດ ສ.ແຊັກ

Vovworld- ຕອນບ່າຍ 27/3, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ Truong Tan Sang  ​ໄດ້​ໃຫ້ການ​ຕ້ອນ​ຮັບ​ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ. ​ແຊັກ Alexandr Vondra ຊຶ່ງ​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ. ​ແຊັກ Alexandr Vondra ຖື​ວ່າ ສາຍ​ພົວພັນລະຫວ່າງ 2 ປະ​ເທດ​ພວມ​ມີ​ບາດກ້າວ​ຂະຫຍາຍຕົວ​ຢ່າງ​ດີງາມ ​ແລະ ຫວັງ​ວ່າ ຫວຽດນາມ​ຈະ​ແມ່ນ​ບານ​ປະຕູ​ເປີດ​ກ້ວາງ​ສາຍ​ພົວພັນ​ລະຫວ່າງ ​ສ.ແຊັກ ກັບ​ບັນດາ​ປະ​ເທດ​ໃນ​ອາຊີ.

ທ່ານປະທານປະເທດ Truong Tan Sang ຕ້ອນຮັບລັດຖະມົນຕີ ປ້ອງກັນຊາດ ສ.ແຊັກ - ảnh 1

   ສ່ວນທ່ານປະທານປະເທດຫວຽດນາມ Truong Tan Sang ຢືນຢັນ​ວ່າ ຫວຽດນາມ​ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ສາຍ​ພົວພັນ​ກັບ ສ.ແຊັກ​ໃນ​ຫຼາຍ​ຂົງ​ເຂດ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນຊາ​ດ. ຕາມທ່ານປະທານ  ປະເທດຫວຽດນາມ  Truong Tan Sang , 2 ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຄ້າ, ການ​ສຶກສາ. ທ່ານປະທານປະເທດຫວຽດ ນາມ Truong Tan Sang ​ເນັ້ນ​ໜັ້ກວ່າ ການ​ທີ່ 2 ກະຊວງ​ປ້ອງ​ກັນ​ປະ​ເທດ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດ ​ແມ່ນ​ພື້ນຖານ​ສຳຄັນ​ເພື່ອ​ຊຸກຍູ້​ການພ​​ົວພັນ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນຊາ​ດ​ໃນ​​ໄລຍະ​ທີ່​ຈະ​ມາ​ເຖິງ, ປະ​ກອບ​ສ່ວນ​ປັບປຸງ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຂອງ​ແຕລະ​ປະ​ເທດ ​ແລະ ພາກ​ພື້ນ.

ຂ່າວ/ບົດ​ອື່ນ