(ພາບ: hanoimoi)
ຕອນຄ່ຳວັນທີ 19/11, ທ່ານ Max Vuyisile Sisulu ປະທານສະພາຕ່ຳ ປະເທດ ສ. ອາບຟິຣີກາ ໃຕ້ ແລະ ພັນລະຍາໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມເປັນທາງການຢ່າງຈົບງາມ. ໃນໄລຍະຢູ່ຢ້ຽມຢາມຫວຽດນາມ ແຕ່ວັນທີ 16 ຫາ 19/11, ທ່ານປະທານສະພາຕ່ຳ Max Vuyisile Sisulu ແລະ ບັນດາສະມາຊິກໃນຄະນະໄດ້ມີການເຈລະຈາ ກັບ ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ, ຄະນະກໍ່ເຂົ້າຢ້ຽມຂ່ຳນັບທ່ານປະທານປະເທດ ເຈືອງເຕີນຊາງ ແລະ ພົບປະເຈລະຈາ ກັບ ທ່ານຮອງນາຍົກໆ ຫງວຽນຊວນຟູກ. ຢູ່ທີ່ການພົບປະຕ່າງໆ, 2 ຝ່າຍໄດ້ດຳເນີນການແລກປ່ຽນກ່ຽວກັບບັນດາການເຄື່ອນໄຫວດ້ານການເມືອງ, ການທູດ, ເສດຖະກິດ - ສັງຄົມຂອງແຕ່ລະປະເທດ, ເຫັນດີເປັນເອກະສັນນຳກັນຈະເພິ່ມທະວີນ້ຳໃຈສາມັກຄີ, ການຮ່ວມມື ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງ 2 ປະເທດ, ເພິ່ມທະວີຄວາມສະໜິດຕິດພັນລະຫວ່າງ 2 ສະພາແຫ່ງຊາດ, 2 ລັດ ໃນບັນດາເວທີປາໄສ 2 ຝ່າຍ ແລະ ສາກົນກ່ວາອີກ.