ທ່ານປະທານສະພາຕຳ່ Uruguay ສິ້ນສຸດການ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ທ່ານປະທານສະພາຕຳ່ Uruguay ສິ້ນສຸດການ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານປະທານສະພາຕຳ່ Uruguay ສິ້ນສຸດ
ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
(ພາບ: TTXVN)


(vovworld) - ​ ວັນ​ທີ 22/1, ທ່ານ Anibal Pereyra, ປະທານ​ສະພາ​ຕຳ່ສາທາລະນະ​ລັດ Uruguay ຕາ​ເວ​ັນອອກ ​ແລະ ຄະນະ​ຜູ້​ແທນ​ສະພາ​ຕຳ່​ສາທາລະນະ​ລັດ Uruguay ຕາ​ເວ​ັນອອກ ​ໄດ້​​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ ​ຫວຽ​ດນາມ ຢ່າງ​ເປັນ​ທາງ​ການ ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ.

  ​ໃນ​​ໄລຍະ​ຢູ່​ຢ້ຽມຢາມ, ທ່ານປະທານ​ສະພາ​ຕຳ່ສາທາລະນະ​ລັດ Uruguay ຕາ​ເວ​ັນອອກ  ​ໄດ້ຮັບ​ການຕ້ອນຮັບ, ​ເຈລະຈາ ​ແລະ ງານ​ລ້ຽງຢ່າງ​ສົມ​ກຽດຈາກທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ. ສະພາ​ຕຳ່ Uruguay ​ແລະ ສະພາ​ແຫ່ງ​ຊາດ​ຫວຽດນາມ ກໍ່​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງການ​ຮ່ວມ​ມື​ລະຫວ່າງ 2 ອົງການ​ນິຕິ​ບັນຍັດ. ​ແລະ​ກໍ່​ໃນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການຄັ້ງ​ນີ້, ທ່ານ Anibal Pereyra ​ໄດ້​ພົບ​ປະ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິງມີ​ງ, ຢ້ຽມຢາມ​ນະຄອນ​ຫາ​ຍ ຟ່ອງ ​ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ.

ຂ່າວ/ບົດ​ອື່ນ