ທ່ານປະທານສະພາແຫ່ງຊາດກຳປູເຈຍຢ້ຽມຢາມຫວຽດນາມ

ທ່ານປະທານສະພາແຫ່ງຊາດກຳປູເຈຍຢ້ຽມຢາມຫວຽດນາມ - ảnh 1
ທ່ານ Samdec Heng Samrin
photo:vinanet.vn

(vovworld)-​ໂດຍ​ຮັບ​ຄຳ​ເຊີນ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ​ໂດຍ​ທ່ານ Samdec Heng Samrin ປະທານ​ສະພາ​ແຫ່ງ​ຊາດ, ປະທານ​ແນວ​ໂຮມ​ສາມັກຄີ​ພັດທະນາ​ປະ​ເທດ​ຊາດ​ກຳ​ປູ​ເຈຍ ຈະ​ມາ​ຢ້ຽມຢາມ​ຫວຽດນາມ ​ແຕ່​ວັນ​ທີ 4-5/1/2014. ນັ້ນ​ແມ່ນ​ແຈ້ງ​ການ​ຂອງ​ກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໃນ​ແຈ້ງ​ການ​ອອກ​ວັນ​ທີ 2/1. ​​ໃນ​ໂອກາດ​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ຈະ​ເຂົ້າ​ຮ່ວມ​ພິທີ​ສະ​ເຫລີ​ມສະຫລອງ 35 ປີ​ແຫ່ງ​ວັນ​ໄຊຊະນະ​ສົງຄາມ​ຮັກສາ​ເຂດ​ຊາ​ຍ​ແດນ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ໃຕ້ ​ແລະ ພ້ອມ​ກັບ​ກອງທັບ​ປະຊາຊົນ​ກຳປູ​ເຈຍ ຍາດ​ໄຊຊະນະ​ໃນ​ການຕ້ານ​ລະບອບ​ດັບ​ສູນ​ເຊື້ອ​ຊາດ.

ຂ່າວ/ບົດ​ອື່ນ