ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບບັນດານັກຮົບເກົ່າກອງກຳປັ່ນບໍ່ມີໝາຍເລກ
ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບບັນດານັກຮົບເກົ່າກອງກຳປັ່ນບໍ່ມີເລກ
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີ ແຫ່ງວັນເປີດເສັ້ນທາງໂຮ່ຈິມິນບົນທະເລ (23/10/1961-23/10/2014), ຕອນເຊົ້າວັນທີ 17/10 ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ພົບປະກັບຄະນະຜູ້ແທນສະມາຄົມນັກຮົບເກົ່າກອງກຳປັ່ນບໍ່ມີໝາຍເລກ - ເສັ້ນທາງໂຮ່ຈິມິນບົນທະເລ.
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ຍ້ອງຍໍຊົມເຊີຍບັນດາວິລະກຳ, ຜົນງານເຊິ່ງບັນດານັກຮົບເກົ່າກອງກຳປັ່ນບໍ່ມີໝາຍເລກບັນລຸໄດ້ ໃນພາລະກິດຕໍ່ສູ້ປົກປັກຮັກສາປະເທດຊາດ, ກໍ່ຄືການປະກອບສ່ວນຂອງບັນດາສະມາຊິກສະມາຄົມໃນການສ້າງສາ, ພັດທະນາເສດຖະກິດ - ສັງຄົມໃນປະຈຸບັນ. ທ່ານປະທານສະພາແຫ່ງຊາດຮັບຮູ້ບັນດາຂໍ້ສະເໜີຂອງສະມາຄົມນັກຮົບເກົ່າເສັ້ນທາງໂຮ່ຈິມິນບົນທະເລ ແລະ ຢືນຢັນວ່າ: ພັກ, ລັດ, ຍາມໃດກໍ່ເອົາໃຈໃສ່ເບິ່ງແຍງເຖິງບັນດານັກຮົບເກົ່າ, ໃນນັ້ນມີບັນດານັກຮົບເກົ່າກອງກຳປັ່ນບໍ່ມີໝາຍເລກ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຊື່ອໝັ້ນວ່າ: ບັນດານັກຮົບເກົ່າສືບຕໍ່ມູນເຊື້ອອ້າຍທະຫານລຸງໂຮ່ ເປັນແບບຢ່າງໃຫ້ລຸ່ນໜຸ່ມ ແລະ ລູກຫຼານປະຕິບັດຕາມ.