(VOVWORLD) - ໃນບັນດາໝາກຜົນຮອບດ້ານ, ມີການປະກອບສວ່ນຢ່າງຍິ່ງໃຫຍ່ຂອງສະມາຊິກສະພາແຫ່ງຊາດ ເພດຍິງ, ບັນດາການນຳເພດຍິງ, ພະນັກງານເພດຍິງ ຂອງຫ້ອງວ່າການສະພາແຫ່ງຊາດ, ຫົວໜ່ວຍຕ່າງໆຂອງສະພາແຫ່ງຊາດ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN) |
ຕອນບ່າຍວັນທີ 7 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະ, ອວຍພອນບັນດາສະມາຊິກສະພາແຫ່ງຊາດຍິງຮັບຜິດຊອບວຽກງານສະເພາະກິດ ຢູ່ສູນກາງ, ການນຳເພດຍິງຂອງຫໍສະພາແຫ່ງຊາດ, ສະຖາບັນຄົ້ນຄ້ວານິຕິກຳ ເນື່ອງໃນໂອກາດວັນແມ່ຍິງ ສາກົນ 8/3 ແລະ ວັນລຸກຮື້ຂຶ້ນ ຮາຍບ່າຈຶງ.
ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຢັ້ງຢືນວ່າ ສະພາແຫ່ງຊາດຊຸດຕ່າງໆໃນປະຫວັດສາດ ແລະ ສະພາແຫ່ງຊາດຊຸດທີ XV ນັບແຕ່ຫົວທີຂອງອາຍຸການ ຍາມໃດກໍ່ມີການປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນໃນການເຄື່ອນໄຫວ. ໃນບັນດາໝາກຜົນຮອບດ້ານ, ມີການປະກອບສວ່ນຢ່າງຍິ່ງໃຫຍ່ຂອງສະມາຊິກສະພາແຫ່ງຊາດ ເພດຍິງ, ບັນດາການນຳເພດຍິງ, ພະນັກງານເພດຍິງ ຂອງຫ້ອງວ່າການສະພາແຫ່ງຊາດ, ຫົວໜ່ວຍຕ່າງໆຂອງສະພາແຫ່ງຊາດ. ທ່ານປະທານສະພາແຫ່ງຊາດ ໄດ້ສະເໜີທຸກຂັ້ນ, ທຸກຂະແໜງການ, ເປັນຕົ້ນແມ່ນບັນດາອົງການຂອງສະພາແຫ່ງຊາດ ສືບຕໍ່ປະຕິບັດໜ້າທີ່, ມາດຕະການປະຕິບັດເປົ້າໝາຍຄວາມສະເໝີພາບລະຫວ່າງຍິງຊາຍ ໃຫ້ເປັນຢ່າງດີ, ເອົາໃຈໃສ່ເປັນພິເສດເຖິງການວາງແຜນກຳນົດແຫຼ່ງພະນັກງານເພດຍິງ ໃນການປະຕິບັດວຽກງານຊີນຳນຳພາ, ຄຸ້ມຄອງ, ເອົາໃຈໃສ່ເຖິງການຝຶກອົບຮົບ, ບຳລຸງສ້າງ, ໝູນວຽນ, ແຕ່ງຕັ້ງພະນັກງານເພດຍິງ.