ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ
ເຮັດວຽກກັບຄະນະປະຈຳຄະນະພັກແຂວງເຮົ້າຢາງ
(ພາບ: TTXVN)
(vovworld) - ໂດຍສືບຕໍ່ການໄປປະຕິບັດງານຢູ່ທາງທິດຕາເວັນຕົກພາກໃຕ້ຫວຽດນາມ, ຕອນເຊົ້າວັນທີ 27 ສິງກາ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ, ຫົວໜ້າຄະນະຊີ້ນຳສະຫຼຸບ 5 ປີແຫ່ງການປະຕິບັດມະຕິສູນກາງຄັ້ງທີ 7 (ຊຸດທີ 10) ກ່ຽວກັບກະສິກຳ, ຊາວກະສິກອນ ແລະ ຊົນນະບົດ ໄດ້ມີການເຮັດວຽກກັບຄະນະປະຈຳຄະນະພັກແຂວງເຮົ້າຢາງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຊີ້ແຈ້ງຜົນງານຂອງມະຕິສູນກາງຄັ້ງທີ 7 ເຮັດໃຫ້ຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ. ແຂວງເຮົ້າຢາງ ຕ້ອງສືບຕໍ່ຊາບຊຶມ, ປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ເປັນຢ່າງດີ, ໃນນັ້ນປະຊາຊົນຮັກສາບົດບາດເປັນເຈົ້າຂອງ. ແຂວງເຮົ້າຢາງ ຕ້ອງເສີມຂະຫຍາຍທ່າແຮງຂອງທ່ອງຖິ່ນ, ພັດທະນາກະສິກຳ, ຊາວກະສິກອນ ແລະ ຊົນນະບົດ ໃຫ້ບັນລຸໝາກຜົນສູງສຸດ. ທ່ານປະທານສະພາແຫ່ງຊາດໃສ່ໃຈວ່າ ໃນການກໍ່ສ້າງຊົນນະບົດໃໝ່, ແຂວງເຮົ້າຢາງ ຕ້ອງເອົາໃຈໃສ່ເຖິງການພັດທະນາຕາມທິດໝັ້ນຄົງ, ບໍ່ແລ່ນຕາມຜົນງານ, ເລືອກເອົາທ່າແຮງເພື່ອບຸລິມະສິດແກ່ການລົງທຶນພັດທະນາ.