ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສົ່ງສານອວຍພອນວັນຊາດສາທາລະນະລັດ ຕວັກກີ, ສາທາລະນະລັດ ເຊັກໂກ
(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງສາທາລະນະລັດ ຕວັກກີ ຄົບຮອບ 98 ປີ (29/10/1923 – 29/10/2021), ວັນທີ 28 ຕຸລາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ສົ່ງສານອວຍອນມາຍັງທ່ານ Mustafa Sentop, ປະທານສະພາແຫ່ງຊາດ ຕວັກກີ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ (ພາບ: VOV) |
ໃນສານອວຍພອນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານສຳຄັນຫຼາຍຢ່າງທີ່ ຕວັກກີ ບັນລຸໄດ້ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເຊື່ອໝັ້ນຢ່າງແນວແນວ່າ ດ້ວຍຄວາມມານະພະຍາຍາມຂອງທັງສອງຝ່າຍ, ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອຂອງ ຫວຽດນາມ - ຕວັກກີ ຈະນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາຢ່າງດີງາມ, ເພື່ອຜົນປະໂຫຍດລວມຂອງທັງສອງຊາດ, ເພື່ອສັນຕິພາບ ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.
ກໍເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສາທາລະນະລັດ ເຊັກໂກ ຄົບຮອບ 103 ປີ (28/10/1918 – 28/10/2021), ວັນທີ 28 ຕຸລາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ກໍໄດ້ສົ່ງສານອວຍພອນມາຍັງ ທ່ານປະທານສະພາສູງ ສາທາລະນະລັດ ເຊັກໂກ Milos Vystrcil ເຊັ່ນດຽວກັນ.