ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ: ໜູນຊ່ວຍແຂວງ ເບັນແຈ ພັດທະນາພ້ອມກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

(VOVWORLD) -ໃນໄລຍະຈະມາເຖິງນີ້, ກົມການເມືອງຈະເຊັນປະກາດໃຊ້ມະຕິກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ໃນນັ້ນມີແຂວງ ເບັນແຈ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ: ໜູນຊ່ວຍແຂວງ ເບັນແຈ ພັດທະນາພ້ອມກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເປັນປະທານການເຮັດວຽກ
(ພາບ: baodongkhoi.vn)

ຕອນບ່າຍວັນທີ 01 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເປັນປະທານການເຮັດວຽກກັບການນຳຄະນະພັກແຂວງ ເບັນແຈ ກ່ຽວກັບເລື່ອງສະເໜີບາງລາຍການ, ໂຄງການສຳຄັນຂອງແຂວງ ແນໃສ່ເພີ່ມເຕີມເຂົ້າບັນຊີລາຍຊື່ໂຄງການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ ຕາມມະຕິເລກທີ 43 ຂອງສະພາແຫ່ງຊາດ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ເນັ້ນໜັກວ່າ:

        “ແຂວງ ເບັນແຈ ອັບເດດມະຕິຂອງແຂວງ, ອົງຄະນະພັກແລ້ວ ແລະ ມາຮອດປະຈຸບັນ ຕ້ອງເອົາໃຈໃສ່ເຖິງວຽກງານວາງແຜນຜັງ, ຕາມກົດໝາຍວ່າດ້ວຍຜັງເມືອງໃໝ່. ທາງແຂວງຕ້ອງສືບຕໍ່ຄຸ້ມຄອງຢ່າງແໜ້ນແຟ້ນ, ຖ້າມີຄວາມຈຳເປັນຕ້ອງດັດປັບການວາງແຜນຕາມມະຕິຂອງຄະນະປະຈຳສະພາແຫ່ງຊາດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນຕໍ່ໜ້າ, ແຕ່ກໍ່ຕ້ອງມານະພະຍາຍາມສຸມໃສ່ການສ້າງແຜນການໄລຍະ 5 ປີ. ທີ 2 ແມ່ນວຽກງານກະກຽມການລົງທຶນ, ໂຄງການ, ແຜນຮ່າງ ເພື່ອສາມາດລະດົມ, ເຊື້ອເຊີນນັກວິທະຍາສາດ, ນັກຊ່ຽວຊານຕື່ມອີກ.”

        ໃນໄລຍະຈະມາເຖິງນີ້, ກົມການເມືອງຈະເຊັນປະກາດໃຊ້ມະຕິກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ໃນນັ້ນມີແຂວງ ເບັນແຈ.

ຕອບກັບ

ຂ່າວ/ບົດ​ອື່ນ