ທ່ານປະທານາທິບໍດີ ລັດເຊຍ V.Putin ໄດ້ລົງນາມໃນຂໍ້ຕົກລົງຕໍ່ກຳນົດເວລາສົນທິສັນຍາ START - 3 ຕື່ມອີກ 5 ປີ
(VOVWORLD) - ການຕໍ່ກຳນົດເວລາສົນທິສັນຍາ START – 3 ຕື່ມອີກ 5 ປີ ຈະອະນຸຍາດໃຫ້ທັງ ລັດເຊຍ - ອາເມລິກາ ສືບຕໍ່ປຶກສາຫາລືກ່ຽວກັບການຄວບຄຸມອາວຸດ - ນັບທັງຍຸດທະສາດ ແລະ ຍຸດທະວິທີ, ນິວເຄຼຍ ແລະ ປອດນິວເຄຼຍ ເພື່ອເຈລະຈາກ່ຽວກັບສະຖຽນລະພາບຍຸດທະສາດ ແລະ ອາດຈະມີການເຂົ້າຮ່ວມເຈລະຈາຂອງຝ່າຍທີສາມໃນການຫຼຸດຜ່ອນອາວຸດ.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Tass) |
ວັນທີ 29 ມັງກອນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຕໍ່ກຳນົດເວລາສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດ (START – 3) ລະຫວ່າງ ລັດເຊຍ ແລະ ອາເມລິກາ ຕື່ມອີກ 5 ປີ, ໝາຍຄວາມວ່າຮອດວັນທີ 5 ກຸມພາ ປີ 2026. ຕາມວັງ Kremlin ແລ້ວ, “ການຕໍ່ກຳນົດເວລາສົນທິສັນຍາສະບັບນີ້ ຈະສະໜອງແກ່ຜົນປະໂຫຍດແຫ່ງຊາດຂອງ ສະຫະພັນລັດເຊຍ, ອະນຸຍາດໃຫ້ຮັກສາລັກສະນະໂປ່ງໃສ, ຈະແຈ້ງ ແລະ ຄວາມສາມາດຄາດຄະເນຂອງບັນດາສາຍພົວພັນຍຸດທະສາດລະຫວ່າງ ລັດເຊຍ ແລະ ອາເມລິກາ, ຮັກສາສະຖຽນລະພາບຍຸດທະສາດໃນໂລກ, ກໍຄືສົ່ງຜົນກະທົບທີ່ເປັນປະໂຫຍດມາໃຫ້ສະພາບການສາກົນ ກໍຄືຊຸກຍູ້ການພັດທະນາຂອງວິວັດການຫຼຸດຜ່ອນຫຼືລົບລ້າງອາວຸດນິວເຄຼຍ.”
ການຕໍ່ກຳນົດເວລາສົນທິສັນຍາ START – 3 ຕື່ມອີກ 5 ປີ ຈະອະນຸຍາດໃຫ້ທັງ ລັດເຊຍ - ອາເມລິກາ ສືບຕໍ່ປຶກສາຫາລືກ່ຽວກັບການຄວບຄຸມອາວຸດ - ນັບທັງຍຸດທະສາດ ແລະ ຍຸດທະວິທີ, ນິວເຄຼຍ ແລະ ປອດນິວເຄຼຍ ເພື່ອເຈລະຈາກ່ຽວກັບສະຖຽນລະພາບຂອງຍຸດທະສາດ ແລະ ອາດຈະມີການຫຼຸດຜ່ອນອາວຸດດ້ວຍການເຂົ້າຮ່ວມເຈລະຈາຂອງຝ່າຍທີສາມ.